UNESCO ໃຫ້ຄຳໝັ້ນສັນຍາໜູນຊ່ວຍນະຄອນດ່າລາດ ໃຫ້ກາຍເປັນນະຄອນປະດິດສ້າງດົນຕີ
ກປ.ອອນໄລ - ວັນທີ 22 ກຸມພາ, ຄະນະກໍາມະການປະຊາຊົນນະຄອນດ່າລາດ, ແຂວງເລິມດົ່ງ ແລະຫ້ອງວ່າການ UNESCO ປະຈໍາ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ “ແຜນການ ນະຄອນດ່າລາດ ຜັນຂະຫຍາຍຄໍາໝັ້ນສັນຍາເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດສ້າງຂອງ UNESCO ໃນຂົງເຂດດົນຕີ ໄລຍະ 2025-2027”.
    |
 |
ທ່ານ ດັ້ງກວາງຕູ໋, ປະທານຄະນະກຳມະການປະຊາຊົນນະຄອນດ່າລາດ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ. ພາບ: qdnd.vn |
ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານ ດັ້ງກວາງຕູ໋, ປະທານຄະນະກຳມະການປະຊາຊົນນະຄອນດ່າລາດ ໃຫ້ຮູ້ວ່າ ວັນທີ 31 ຕຸລາ 2023, ນະຄອນດ່າລາດ, ແຂວງເລິມດົ່ງ ໄດ້ເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດສ້າງທົ່ວໂລກຂອງ UNESCO ໃນຂົງເຂດດົນຕີ. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ນະຄອນຍູ້ແຮງການທູດວັດທະນະທຳ, ຊຸກຍູ້ການພັດທະນາຂະແໜງວັດທະນະທຳທີ່ມີທ່າໄດ້ປຽບ, ຕິດພັນກັບການພັດທະນາການທ່ອງທ່ຽວທ້ອງຖິ່ນ, ສ້າງບັນດາຜະລິດຕະພັນ ແລະການບໍລິການດ້ານວັດທະນະທຳ ມີລັກສະນະແກ່ງແຍ້ງສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນ. ທ່ານ ດັ້ງກວາງຕູ໋ ແບ່ງປັນວ່າ: “ພວກຂ້າພະເຈົ້າເຊື່ອໝັ້ນ ແລະຫວັງວ່າ ຜ່ານການໂອ້ລົມສົນທະນາຈະຮັບຟັງ ແລະຮັບຮູ້ບັນດາຂໍ້ລິເລີ່ມ, ການປະກອບຄໍາເຫັນ, ການກໍານົດທິດທາງ ແລະມາດຕະການແກ້ໄຂທີ່ເໝາະສົມກັບລັກສະນະຈໍາເພາະຂອງທ້ອງຖິ່ນ, ພິເສດແມ່ນວິສາຫະກິດທີ່ມີຄວາມສຸດຈິດສຸດໃຈສະເໜີຮູບການຮ່ວມມືພາກລັດ-ເອກະຊົນ ເພື່ອປະຕິບັດໂຄງການຕ່າງໆ ເພື່ອຮັກສາ ແລະເສີມຂະຫຍາຍນາມມະຍົດດ່າລາດ-ນະຄອນປະດິດສ້າງດົນຕີຂອງ UNESCO”.
    |
 |
ທ່ານ Jonathan Wallace Baker ຫົວໜ້າຜູ້ຕາງໜ້າຫ້ອງວ່າການ UNESCO ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ. ພາບ: qdnd.vn |
ທ່ານ Jonathan Wallace Baker, ຫົວໜ້າຜູ້ຕາງໜ້າຫ້ອງວ່າການ UNESCO ປະຈຳຫວຽດນາມ ໃຫ້ຮູ້ວ່າ UNESCO ຈະສືບຕໍ່ໜູນຊ່ວຍ ນະຄອນດ່າລາດ ປະຕິບັດຄຳໝັ້ນສັນຍາ ໃນຖານະເປັນສະມາຊິກຂອງເຄືອຂ່າຍນະຄອນປະດິດສ້າງຂອງ UNESCO. ທ່ານປາດຖະໜາ ຢາກສືບຕໍ່ຍູ້ແຮງການຮ່ວມມື, ໃຫ້ຄໍາປຶກສາດ້ານເຕັກນິກ ແລະເຊື່ອມຕໍ່ນະຄອນດ່າລາດ ກັບບັນດານະຄອນປະດິດສ້າງອື່ນອີກໃນທົ່ວໂລກ ເພື່ອແລກປ່ຽນການປະຕິບັດທີ່ດີ ແລະຊຸກຍູ້ການພັດທະນາລວມ.
    |
 |
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: qdnd.vn |
ທີ່ການໂອ້ລົມສົນທະນາ, ນັກຊ່ຽວຊານ ແລະຜູ້ຕາງໜ້າບັນດາວິສາຫະກິດໄດ້ສະເໜີແນວຄວາມຄິດກ່ຽວກັບການຈັດຕັ້ງເຫດການປະດິດສ້າງຢູ່ນະຄອນດ່າລາດ ແລະຮູບແບບການຮ່ວມມືພາກລັດ-ເອກະຊົນ ຢ່າງມີປະສິດທິຜົນ. ມາດຕະການແກ້ໄຂເພື່ອຊຸກຍູ້ຂະແໜງອຸດສາຫະກໍາວັດທະນະທຳ, ສົມທົບກັບພັດທະນາການທ່ອງທ່ຽວດົນຕີໂດຍອີງໃສ່ນາມມະຍົດນະຄອນປະດິດສ້າງດົນຕີຂອງ UNESCO. ນະໂຍບາຍດຶງດູດໂຄງການດົນຕີສາກົນ, ເຊື່ອມຕໍ່ການບຳລຸງກໍ່ສ້າງດົນຕີຢູ່ດ່າລາດ ແລະຍຸດທະສາດການໂຄສະນາສື່ສານເຄື່ອງໝາຍນະຄອນປະດິດສ້າງ...
ໂດຍ: ທູຈາງ