ສ.ເກົາຫຼີ ແລະຈີນ ນຳໜ້າຕະຫຼາດນັກທ່ອງທ່ຽວມາຫວຽດນາມ ໃນເດືອນກຸມພາ
ກປ.ອອນໄລ - ຕາມຕົວເລກສະຖິຕິຂອງກົມທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ), ໃນເດືອນກຸມພາ ຜ່ານມາ, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 1,9 ລ້ານເທື່ອຄົນ.
ຕົວເລກນີ້ເທົ່າກັບ 90% ເມື່ອທຽບໃສ່ເດືອນມັງກອນ 2025 ແລະເພີ່ມຂຶ້ນ 130% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 (ກ່ອນການລະບາດຂອງພະຍາດໂຄວິດ-19). ສະສົມມາໃນ 2 ເດືອນຕົ້ນປີ 2025, ມີນັກທ່ອງທ່ຽວສາກົນເຂົ້າມາຫວຽດນາມ ປະມານ 3,96 ລ້ານເທື່ອຄົນ, ເພີ່ມຂຶ້ນ 30,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ນັກທ່ອງທ່ຽວທີ່ເດີນທາງມາດ້ວຍສາຍການບິນກວມເອົາກວ່າ 85,6%, ສ່ວນທີ່ເຫຼືອແມ່ນທາງທະເລ ແລະທາງບົກ.
    |
 |
ຫວຽດນາມ ແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວ ສ.ເກົາຫຼີ ແລະຈີນ. ພາບປະກອບ: consosukien.vn |
ໃນເດືອນກຸມພາປີນີ້, ຈຳນວນນັກທ່ອງທ່ຽວພາຍໃນປະເທດມີປະມານ 11 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວພັກເຊົາປະມານ 3,8 ລ້ານເທື່ອຄົນ. ໃນ 2 ເດືອນຕົ້ນປີ 2025, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວ 26,5 ລ້ານເທື່ອຄົນ. ລວມຍອດລາຍຮັບທີ່ໄດ້ຈາກນັກທ່ອງທ່ຽວຄາດວ່າປະມານ 160.000 ຕື້ດົ່ງ.
ຕາມຕົວເລກສະຖິຕິ, ມີນັກທ່ອງທ່ຽວມາຫວຽດນາມ 468.000 ກວ່າເທື່ອຄົນ, ສ.ເກົາຫຼີ ຢືນອັນດັບໜຶ່ງໃນບັນຊີລາຍຊື່ຕະຫຼາດສົ່ງນັກທ່ອງທ່ຽວຫຼາຍທີ່ສຸດໃນເດືອນກຸມພາ. ທີ 2 ແມ່ນຈີນ ດ້ວຍຈຳນວນນັກທ່ອງທ່ຽວເກືອບ 380.000 ເທື່ອຄົນ. ກ່ຽວກັບຂະໜາດຕະຫຼາດນັກທ່ອງທ່ຽວອາຊີ, 2 ເດືອນຕົ້ນປີ 2025, ຈີນ ແມ່ນຕະຫຼາດສົ່ງນັກທ່ອງທ່ຽວຫຼາຍທີ່ສຸດດ້ວຍຈຳນວນນັກທ່ອງທ່ຽວ 955.695 ເທື່ອຄົນ, ຖັດມາແມ່ນ ສ.ເກົາຫຼີ ມີນັກທ່ອງທ່ຽວບັນລຸ 885.142 ເທື່ອຄົນ.
ດັ່ງນັ້ນ, ສອງຕະຫຼາດ ສ.ເກົາຫຼີ ແລະຈີນ ໄດ້ສົ່ງນັກທ່ອງທ່ຽວມາຫວຽດນາມ ເປັນຈຳນວນຫຼວງຫຼາຍ (ກວ່າ 1,84 ລ້ານເທື່ອຄົນ), ປະກອບສ່ວນເກືອບ 60% ຈຳນວນນັກທ່ອງທ່ຽວຈາກບັນດາຕະຫຼາດອາຊີ ມາຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ