ສຸກສາລາ ເກາະເຈື່ອງຊາ ປະຖົມພະຍາບານຊາວປະມົງ
    
    
    
        
            
ກປ.ອອນໄລ - ຕອນທ່ຽງວັນທີ 10 ມີນາ, ສຸກສາລາ ເກາະເຈື່ອງຊາ (ກອງພົນນ້ອຍ 146, ທະຫານເຮືອເຂດ 4) ໄດ້ຮັບເອົາ ແລະປະຖົມພະຍາບານຊາວປະມົງທີ່ຮັບບາດເຈັບໃນຂະນະຂຸດຄົ້ນສິນທະເລຢູ່ເຂດທະເລເຈື່ອງຊາ.
        
        
        
            
	
		
			|     | 
		
			|  | 
		
			| ສຸກສາລາ ເກາະເຈື່ອງຊາ ປະຖົມພະຍາບານໃຫ້ຊາວປະມົງ ຮີ່ງກ່ອນ, ລູກເຮືອໃນເຮືອຫາປາ NT 90963TS. ພາບ: qdnd.vn | 
	
	ກ່ອນໜ້ານັ້ນ, ໃນເວລາ 9 ໂມງ ຂອງວັນທີ 10 ມີນາ, ຊາວປະມົງ ຮີ່ງກອ່ນ, ລູກເຮືອໃນເຮືອຫາປາ NT 90963TS (ເກີດປີ 1982, ບ້ານເກີດຢູ່ແຂວງ ນິງຖ້ວນ), ໃນຂະນະຫາປາຢູ່ຫ່າງຈາກເກາະປະມານ 7 ໄມທະເລ ຖືກອຸບັດຕິເຫດຍ້ອນປາຕຳໃສ່ຂາເບື້ອງຂວາ.
	ຄົນເຈັບ ຮີ່ງກ່ອນ ຖືກສົ່ງເຂົ້າເກາະເຈື່ອງຊາ ໃນອາການຂາເບື້ອງຂວາເຈັບປວດ, ບວມ, ຮ້ອນແດງ, ຍ່າງໄປຍາກ.
	
		
			|     | 
		
			|  | 
		
			| ຜູ້ບັນຊາການເກາະເຈື່ອງຊາ ສົມທົບກັບທະຫານຊາຍແດນຢ້ຽມຢາມຖາມຂ່າວ, ມອບທຸງຊາດ ແລະແຈກໃບປິວໂຄສະນາ  ແລະສິ່ງຂອງທີ່ຈໍາເປັນອື່ນໆ. ພາບ: qdnd.vn | 
	
	ກໍ່ໃນວັນດຽວກັນ, ພະນັກງານ, ນັກຮົບເກາະເຈື່ອງຊາ ໄດ້ແນະນໍາ, ໜູນຊ່ວຍເຮືອຫາປາ 100 ກວ່າລໍາ ແລະຊາວປະມົງ 800 ກວ່າຄົນຢູ່ບັນດາແຂວງພາກກາງ  ເຂົ້າຫຼົບລີ້ທະເລຄະນອງ, ຮັບປະກັນຄວາມປອດໄພ. ຜູ້ບັນຊາການເກາະເຈື່ອງຊາ ສົມທົບກັບທະຫານຊາຍແດນໄດ້ຢ້ຽມຢາມຖາມຂ່າວ ແລະມອບທຸງຊາດກວ່າ 200 ຜືນ, ແຈກໃບປິວໂຄສະນາ 300 ກວ່າໃບ ແລະສິ່ງຂອງຈຳເປັນອື່ນໆຫຼາຍຢ່າງ, ລະດົມກໍາລັງໃຈຊາວປະມົງໃຫ້ມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ.
	ໂດຍ: ທູຈາງ