ໂຄສະນາການທ່ອງທ່ຽວແຄ໊ງຮ່ວາ ຢູ່ ມົດສະກູ
ແຂວງແຄ໊ງຮ່ວາ ອາດຈະຕອບສະໜອງທຸກຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວລັດເຊຍ. ນັ້ນແມ່ນການຢັ້ງຢືນຂອງທ່ານ ຮວ່າງວັນວິງ ປະທານສະມາຄົມການທ່ອງທ່ຽວແຂວງແຄ໊ງຮ່ວາ, ທີ່ກອງປະຊຸມສົ່ງເສີມການທ່ອງທ່ຽວແຂວງແຄ໊ງຮ່ວາ ຢູ່ສະຫະພັນລັດເຊຍ, ເຊິ່ງໄດ້ດຳເນີນຫວ່າງແລ້ວນີ້ຢູ່ມົດສະກູ, ສະຫະພັນລັດເຊຍ.
ກອງປະຊຸມມີການເຂົ້າຮ່ວມຂອງຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ສະຫະລັດລັດເຊຍ ໂດຍທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ນຳໜ້າ, ຜູ້ຕາງໜ້າພະແນກການທ່ອງທ່ຽວນະຄອນມົດສະກູ, ພ້ອມກັບການເຂົ້າຮ່ວມຂອງຜູ້ແທນຜູ້ຕາງໜ້າກວ່າ 130 ທ່ານຂອງວິສາຫະກິດຈາກລັດເຊຍ ແລະແຂວງແຄ໊ງຮ່ວາ. ທ່ານ ຮວ່າງວັນວິງ ປະທານສະມາຄົມການທ່ອງທ່ຽວຍາຈາງ, ແຄ໊ງຮ່ວາ ໃຫ້ຮູ້ວ່າ: ໂຄງການຂະແໜງການທ່ອງທ່ຽວແຂວງແຄ໊ງຮ່ວາ ຄັ້ງນີ້ ຢູ່ລັດເຊຍ ໂດຍເພື່ອແນໃສ່ເປົ້າໝາຍແມ່ນສົ່ງເສີມການທ່ອງທ່ຽວນຳແຂກທ່ອງທ່ຽວລັດເຊຍມາທ່ຽວແຄ໊ງຮ່ວາ ແລະນຳແຂກທ່ອງທ່ຽວຫວຽດນາມໄປທ່ຽວລັດເຊຍ. ບັນຫານັ້ນພັດຕັ້ງບັນຫາໃຫ້ສະມາຄົມທ່ອງທ່ຽວວ່າ ຈະເຮັດແນວໃດເພື່ອເພີ່ມແຂກທ່ອງທ່ຽວລັດເຊຍ ມາຍັງຫວຽດນາມ ແລະກົງກັນຂ້າມແມ່ນເພີ່ມແຂກທ່ອງທ່ຽວຫວຽດນາມ ໄປທ່ຽວລັດເຊຍ ຄືກ່ອນເວລາເກີດພະຍາດໂຄວິດ-19.
ແຫຼ່ງຄັດຈາກ: vovworld.vn