ປີ 2025 ແມ່ນປີທີ 2 ແຫ່ງການຜັນຂະຫຍາຍການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ”, ຜ່ານນັ້ນເປີດກາລະໂອກາດໃໝ່ຫຼາຍຢ່າງໃນການຮ່ວມມືລົງທຶນ, ພົບປະແລກປ່ຽນວັດທະນະທຳ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບພ້ອມກັນພັດທະນາ; ເປັນກຳລັງໜູນຢ່າງແຂງແຮງ ເພື່ອໃຫ້ສອງປະເທດພ້ອມກັນມຸ່ງໄປເຖິງເປົ້າໝາຍຫັນປ່ຽນ ແລະປັບຕົວເພື່ອອະນາຄົດສ້າງສັນ ແລະຄວາມຈະເລີນຮຸ່ງເຮືອງລວມຂອງສອງປະເທດ, ສອງຊາດ.

leftcenterrightdel
ຜູ້ແທນປະຕິບັດພິທີການ “ຈັບມືກັນ” ໄຂງານບຸນ ຫວຽດນາມ-ຍີ່ປຸ່ນ ປີ 2025 ຢູ່ນະຄອນ ໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນວັນເດືອກ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ສະແດງຄວາມຫວັງວ່າ ສາຍພົວພັນຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບທ້ອງຖິ່ນຕ່າງໆຂອງຍີ່ປຸ່ນ ເວົ້າລວມ ແລະ ຫວຽດນາມ-ຍີ່ປຸ່ນ ເວົ້າສະເພາະ ຈະສືບຕໍ່ພັດທະນາຢ່າງແຮງ, ພິເສດແມ່ນໃນສະພາບນະຄອນ ໂຮ່ຈີມິນ ແລະທົ່ວປະເທດຍູ້ແຮງການດຶງດູດການລົງທຶນ, ເປັນຕົ້ນແມ່ນຂົງເຂດພື້ນຖານໂຄງລ່າງຄົມມະນາຄົມຕົວເມືອງ.

ງານບຸນປີນີ້ມີການເຂົ້າຮ່ວມຂອງຮ້ານວາງສະແດງສິນຄ້າກ່ວາ 100 ຮ້ານ, ດ້ວຍ 30 ລາຍການສະແດງສິລະປະເທິງເວທີ, ມີຫຼາຍເຂດຈັດຕັ້ງເຫດການພິເສດ ແລະມີຫຼາຍກິດຈະການເຄື່ອນໄຫວທີ່ອຸດົມສົມບູນ, ໃນນັ້ນມີກິລາຫຼາຍປະເພດ ທີ່ໄດ້ນໍາເຂົ້າການແຂ່ງຂັນໂອແລມປິກ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ປັບປຸງສາຍພົວພັນ, ການພົບປະແລກປ່ຽນລະຫວ່າງ ຫວຽດນາມ ກັບຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນກວ່າ. ຄະນະຈັດຕັ້ງ ວາງເປົ້າໝາຍຈະດຶງດູດນັກທ່ອງທ່ຽວ ປະມານ 450.000 ເທື່ອຄົນ. ງານບຸນຈະດຳເນີນຮອດວັນທີ 9 ມີນາ ຈຶ່ງອັດລົງ.

ໂດຍ: ທູຈາງ