ຄວາມຄຶກຄື້ນງານບຸນຕົ້ນລະດູບານໃໝ່ ປີມະເສັງ
ກປ.ອອນໄລ - ວັນທີ 3 ກຸມພາ (ກົງກັບວັນທີ 6 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ງານບຸນປະເພນີຫຼາຍແຫ່ງໃນທົ່ວປະເທດໄດ້ໄຂຂຶ້ນຢ່າງເປັນທາງການ.
ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວິຫານ ຫາຍບ່າຈືງ (ເມລີງ, ຮ່າໂນ້ຍ), ຄະນະກຳມະການປະຊາຊົນເມືອງເມລີງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 1.985 ປີແຫ່ງວັນລຸກຮື້ຂຶ້ນ ຫາຍບ່າຈືງ (40-2025) ແລະໄຂງານບຸນວິຫານ ຫາຍບ່າຈືງ ປີ 2025. ງານບຸນຈະດໍາເນີນໄປຈົນເຖິງວັນທີ 7 ກຸມພາ (ກົງກັບວັນທີ 10 ເດືອນຈຽງໄລ່ຕາມຈັນທະປະຕິທິນ). ພິທີດັ່ງກ່າວລວມມີການຈັດຕັ້ງພິທີສະເຫຼີມສະຫຼອງ 1.985 ປີແຫ່ງວັນລຸກຮື້ຂຶ້ນ ຫາຍບ່າຈືງ, ຖະຫວາຍທູບທຽນ, ງານໂຮມຊຸມນຸມສະເຫຼີມສະຫຼອງວັນຫາຍບ່າຈືງ ເສັ່ນໄຫວ້ທຸງລຸກຮື້ຂຶ້ນ ແລະເສັ່ນໄຫວ້ທຸງຕາມພິທີປະເພນີ.
    |
 |
ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຮືອງເຊີນ ຮັບໃບຮັບຮອງເປັນເຂດທ່ອງທ່ຽວລະດັບນະຄອນຮ່າໂນ້ຍ. ພາບ: ມີງຍ໋າ-ຮວາລື |
* ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຮືອງເຊີນ (ມີດຶ໊ກ, ຮ່າໂນ້ຍ), ຄະນະກຳມະການປະຊາຊົນເມືອງມີດຶ໊ກ ໄດ້ໄຂງານບຸນວັດເຮືຶອງ ລະດູບານໃໝ່ປີມະເສັງ 2025, ດຶງດູດນັກທ່ອງທ່ຽວນັບໝື່ນເທື່ອຄົນເຂົ້າຮ່ວມ. ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025, ວັດເຮືຶອງ ຕ້ອນຮັບແຂກທ່ອງທ່ຽວເກືອບ 100 ພັນເທື່ອຄົນ. ງານບຸນວັດເຮືຶອງແມ່ນໜຶ່ງໃນບັນດາງານບຸນໃຫຍ່ທີ່ສຸດໃນທົ່ວປະເທດ, ແກ່ຍາວເປັນເວລາ 3 ເດືອນໃນລະດູບານໃໝ່. ໃນໂອກາດນີ້, ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຮືອງເຊີນ ໄດ້ຮັບໃບຮັບຮອງເປັນເຂດທ່ອງທ່ຽວລະດັບນະຄອນ.
* ຢູ່ແຂວງນິງບິ່ງ, ດ້ວຍຫົວຂໍ້ “ໜຶ່ງພັນປີແຫ່ງການກັບຄືນມາຂອງບ໊າຍດິ໊ງ”, ງານບຸນວັດບ໊າຍດິ໊ງ ລະດູບານໃໝ່ ປີມະເສັງ 2025 ໄດ້ໄຂຂຶ້ນຢ່າງເປັນທາງການ. ງານບຸນລວມມີບັນດາການເຄື່ອນໄຫວ, ຄື: ຖະຫວາຍທູບທຽນໄຫວ້ວອນປະເທດຊາດມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມອີ່ມໜຳສຳລານ, ມີຄວາມຜາສຸກ; ສະແດງຄວາມຮູ້ບຸນຄຸນຂອງພະມະຫາອາຈານ ຫງວຽນມີງຄົງ, ແຫ່ກ້ຽວປ້າຍສະຖິດວິນຍານກາວເຊີນ, ດຶກແທ໊ງຫງວຽນ, ພະແຫ່ງຂຸນເຂົາ, ແຫ່ກ້ຽວຂຶ້ນໄປວັດບູຮານ ແລະລາຍການສະແດງສິລະປະຂ່ຳນັບຮັບຕ້ອນ...
ໂດຍ: ເຈິ່ນຮວ່ຽນ