ລັດຖະບານຫວຽດນາມ ຫາກໍ່ປະກາດມະຕິກ່ຽວກັບການຍົກເວັ້ນວີຊາໃຫ້ພົນລະເມືອງບັນດາປະເທດ: ສະຫະພັນ ເຢຍລະມັນ, ສ.ຝລັ່ງ, ສ.ອີຕາລີ, ລາຊະອານາຈັກ ແອັດສະປາຍ, ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ສະຫະພັນ ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ລາຊະອານາຈັກ ແດນມາກ, ລາຊະອານາຈັກ ຊູແອັດ, ລາຊະອານາຈັກ ນອກແວ ແລະ ສ.ແຟງລັງ.

ມະຕິຊີ້ແຈ້ງວ່າ, ການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ 12 ປະເທດດັ່ງກ່າວດ້ວຍເວລາພັກອາໄສ 45 ວັນ ນັບແຕ່ວັນເຂົ້າເມືອງ ຫວຽດນາມ, ບໍ່ຈຳແນກປະເພດປາດສະປໍ, ຈຸດປະສົງເຂົ້າເມືອງ, ບົນພື້ນຖານຕອບສະໜອງຢ່າງຄົບຖ້ວນບັນດາເງື່ອນໄຂເຂົ້າເມືອງຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ. ນະໂຍບາຍຍົກເວັ້ນວີຊາດັ່ງກ່າວໄດ້ປະຕິບັດແຕ່ວັນທີ 15 ມີນາ 2025 ຮອດວັນທີ 14 ມີນາ 2028 ແລະຈະໄດ້ພິຈາລະນາຕໍ່ກຳນົດເວລາຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn