ວັນທີ 4 ສິງຫາ, ງານບຸນອາຫານການກິນຫວຽດນາມ ໄດ້ໄຂຂຶ້ນຢູ່ສູນງານຕະຫຼາດນັດ ແລະງານວາງສະແດງອິນເດຍ ທີ່ Noida, ລັດ Uttar Pradesh, ພາກເໜືອອິນເດຍ. ງານບຸນໄດ້ແກ່ຍາວເປັນເວລາ 2 ມື້ນີ້ແມ່ນນອນໃນຂອບເຂດງານວາງສະແດງອາຫານ ແລະເຄື່ອງໃຊ້ໃນພັດຕະຄານ-ໂຮງແຮມສາກົນອິນເດຍ (IHE) 2024. ເຫດການໂດຍອົງການການຄ້າ-ສະຖານທູດຫວຽດນາມ ປະຈໍາ ອິນເດຍ ສົມທົບກັບສະມາຄົມວັດທະນະທໍາອາຫານການກິນຫວຽດນາມ, Vietnam Airlines, Vietravel ແລະບໍລິສັດຫຸ້ນສ່ວນອາຫານ Uniben ຈັດຕັ້ງ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ໃນມື້ທໍາອິດຂອງງານບຸນ, ບັນດາພໍ່ຄົວໄດ້ປຸງແຕ່ງອາຫານທີ່ເປັນສັນຍະລັກຫຼາຍເຍື່ອງຂອງຫວຽດນາມ, ຄື: ເຝີໄກ, ກ້ອຍດິບ. ອາຫານເຫຼົ່ານັ້ນບໍ່ພຽງແຕ່ມີຊື່ສຽງກ່ຽວກັບລົດຊາດພິເສດສະເພາະເທົ່ານັ້ນ ຫາກຍັງສ່ອງແສງມໍລະດົກ ແລະລົດຊາດທີ່ອຸດົມສົມບູນຂອງອາຫານຫວຽດ. ງານບຸນອາຫານຫວຽດນາມ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາ.

ໃນມື້ສຸດທ້າຍຂອງງານບຸນ, ຄະນະຈັດຕັ້ງຫວຽດນາມ ສືບຕໍ່ແນະນໍາອາຫານການກິນຂອງປະເທດເຖິງບັນດາວິສາຫະກິດໃນຂະແໜງໂຮງແຮມ, ພັດຕະຄານ. ນີ້ແມ່ນໂອກາດເພື່ອໃຫ້ບັນດາແຂກໄດ້ຮັບປະທານອາຫານທີ່ມີຊື່ສຽງຂອງຫວຽດນາມ.

ໂດຍ: ໄຊນີດາ