ຮ່າໂນ້ຍ - ສັນຍາລັກແຫ່ງສັນຕິພາບ

ນັກຂ່າວ: ສິ່ງໃດແດ່ທີ່ພາໃຫ້ທ່ານມີຄວາມປະທັບໃຈຕໍ່ສິ່ງທີ່ຮ່າໂນ້ຍ ເຮັດໄດ້ໃນ 25 ປີຜ່ານມາເພື່ອສົມເປັນນະຄອນເພື່ອສັນຕິພາບ?

ທ່ານ Jonathan Wallace Baker: 25 ປີກ່ອນນີ້, ເມື່ອມອບລາງວັນ “ນະຄອນເພື່ອສັນຕິພາບ” ໃຫ້ ຮ່າໂນ້ຍ, UNESCO ໄດ້ພິຈາລະນາບັນດາມາດຖານ, ໃນນັ້ນມີສະຫວັດດີການສັງຄົມ, ຄວາມອຸດົມສົມບູນທາງດ້ານວັດທະນະທໍາ ແລະຄວາມຫຼາຍຮູບຫຼາຍແບບດ້ານວັດທະນະທໍາຢູ່ຮ່າໂນ້ຍ, ຫຼືບັນດາມາດຖານດ້ານອາຫານການກິນ, ຄຽງຂ້າງນັ້ນແມ່ນໂຄງປະກອບສັງຄົມ, ແຜນຜັງຕົວເມືອງ.

ພວກເຮົາໄດ້ເຫັນການຫັນປ່ຽນຂອງຮ່າໂນ້ຍ ໃນ 25 ປີຜ່ານມາ, ເປັນຕົ້ນຈຳນວນປະຊາກອນເພີ່ມຂຶ້ນທົບ ປະມານ 4 ເທົ່າ. ເຖິງຢ່າງໃດກໍ່ຕາມ, ຮ່າໂນ້ຍ ຍັງຄົງຮັກສາຄຸນຄ່າຂອງຕົນຄືໂຄງປະກອບສັງຄົມ, ຄວາມສະຫງົບສຸກ. ເຖິງວ່າທ່ານຈະໄປຫາຄຸ້ມຖະໜົນຫຼືຮ່ອມທາງໃດຂອງນະຄອນຫຼວງ, ທ່ານກໍ່ຮູ້ສຶກໄດ້ສີສັນຂອງບ້ານນາຢູ່ທີ່ນັ້ນ, ມີຄວາມສັນຕິສຸກສະເພາະຂອງຮ່າໂນ້ຍ. ສຳລັບຂ້າພະເຈົ້າເອງ, ແມ່ນຄົນຕ່າງປະເທດທີ່ດຳລົງຊີວິດ ແລະເຮັດວຽກຢູ່ຮ່າໂນ້ຍ, ຂ້າພະເຈົ້າຮູ້ສຶກວ່າຕົນເອງກໍ່ເປັນສ່ວນໜຶ່ງຂອງນະຄອນຫຼວງແຫ່ງນີ້. ຂ້າພະເຈົ້າຮູ້ສຶກວ່າ ຮ່າໂນ້ຍ ສົມກັບນາມມະຍົດ “ນະຄອນເພື່ອສັນຕິພາບ”.

leftcenterrightdel
ຄອບຄົວຊາວຮ່າໂນ້ຍ ຕ້ອນຮັບບຸນປີໃໝ່ຢູ່ແຄມໜອງຮ່ວານກ໋ຽມ. ພາບ: ເຈືອງວີ້.

ນັກຂ່າວ: ຕໍ່ໜ້າການຂັດແຍ້ງກັນນັບມື້ນັບເພີ່ມຂຶ້ນຢູ່ໂລກ, ຕາມທ່ານແລ້ວ, ບົດບາດໃໝ່ຂອງຮ່າໂນ້ຍ ໃນການຊຸກຍູ້ສັນຕິພາບແມ່ນຫຍັງແດ່?

ທ່ານ Jonathan Wallace Baker: ຫວ່າງແລ້ວນີ້, ຂ້າພະເຈົ້າມີໂອກາດເຂົ້າຮ່ວມງານບຸນເພື່ອສັນຕິພາບຢູ່ພາກກາງຂອງຫວຽດນາມ ແລະຂ້າພະເຈົ້າຮູ້ສຶກຢ່າງເລິກເຊິ່ງວ່າ ສັນຕິພາບມີຄວາມສຳຄັນຄືແນວໃດ, ບໍ່ພຽງແຕ່ສຳລັບຮ່າໂນ້ຍ ເທົ່ານັ້ນ ຫາກຍັງສຳລັບປະເທດຫວຽດນາມ ອີກດ້ວຍ. ຂ້າພະເຈົ້າ ຖືວ່າ, ຫວຽດນາມ ມີທັດສະນະສຳຄັນໃນປະຊາຄົມໂລກເມື່ອເຕື້ອງເຖິງຄວາມສັນຕິພາບ ແລະບົດບາດຂອງສັນຕິພາບ, ຍ້ອນມີປະຫວັດສາດແຫ່ງການຮັກສາ ແລະສ້າງສັນຕິພາບໃນຕະຫຼອດສະຕະວັດ ແລະສະຫັດ​ສະ​ວັດຜ່ານມາ.

ຂ້າພະເຈົ້າຮູ້ສຶກວ່າ ຮ່າໂນ້ຍ ເຮັດໃຫ້ພວກເຮົາເຫັນແຈ້ງວ່າ ນາມມະຍົດ “ນະຄອນເພື່ອສັນຕິພາບ” ແມ່ນຄືແນວໃດ ແລະ ຮ່າໂນ້ຍ ແມ່ນສັນຍາລັກແຫ່ງສັນຕິພາບເວົ້າລວມ. ສະນັ້ນ, UNESCO ຍາມໃດກໍ່ຮູ້ສຶກດີໃຈ, ເປັນກຽດທີ່ໄດ້ສົມທົບກັບຮ່າໂນ້ຍ ແລະບັນດາຄູ່ຮ່ວມມືອື່ນໆຢູ່ ຫວຽດນາມ ເພື່ອຊຸກຍູ້ສັນຕິພາບໃນທົ່ວໂລກ.

ການກໍ່ສ້າງນະຄອນຫຼວງປະດິດຄິດສ້າງ

ນັກຂ່າວ: ຮ່າໂນ້ຍ ຈະປະເຊີນໜ້າກັບສິ່ງທ້າທາຍໃດແດ່ໃນໄລຍະຕໍ່ໄປ ເມື່ອປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງນາມມະຍົດ “ນະຄອນເພື່ອສັນຕິພາບ” ກໍ່ຄືບັນດານາມມະຍົດຕ່າງໆທີ່ອົງການ UNESCO ມອບໃຫ້?

ທ່ານ Jonathan Wallace Baker: ພວກຂ້າພະເຈົ້າໄດ້ ແລະກໍາລັງສົມທົບກັນຢ່າງແໜ້ນແຟ້ນກັບບັນດາພະແນກ, ຂະແໜງຂອງຮ່າໂນ້ຍ ໃນຫຼາຍກິດຈະກຳທີ່ແຕກຕ່າງກັນ ແລະຜ່ານໂຄງການຕ່າງໆ. ໜຶ່ງໃນຈຳນວນດັ່ງກ່າວແມ່ນໂຄງການ “Hanoi Rethink” ໄດ້ລະດົມແຫຼ່ງກຳລັງວັດທະນະທຳ ແລະການເຂົ້າຮ່ວມຂອງຊາວໜຸ່ມ ເພື່ອນໍາຮ່າໂນ້ຍ ກາຍເປັນນະຄອນຫຼວງທີ່ມີຫົວຄິດປະດິດສ້າງ. ໃນໄລຍະຈະມາເຖິງ, UNESCO ກໍ່ຈະຜັນຂະຫຍາຍບັນດາໂຄງການຄ້າຍຄືກັນ, ຈາກບັນດາໝາກຜົນຂອງໂຄງການ “Hanoi Rethink” ເມື່ອຮ່ວມມືກັບຮ່າໂນ້ຍ.

ສິ່ງທ້າທາຍທີ່ ຮ່າໂນ້ຍ ປະເຊີນໜ້ານັ້ນກໍ່ບໍ່ແມ່ນໜ້ອຍ, ໃນນັ້ນວິວັດການຫັນເປັນຕົວເມືອງຈະປະສົບກັບບັນດາບັນຫາຄື: ການຄຸ້ມຄອງສິ່ງເສດເຫຼືອ, ການສະໜອງການບໍລິການສັງຄົມ, ສະພາບລົດຕິດ, ຄຸນນະພາບອາກາດ... ເຖິງວ່າຂ້າພະເຈົ້າບໍ່ມີຄວາມຮູ້ພື້ນຖານໃນການວາງແຜນຜັງຕົວເມືອງກໍ່ຕາມ ແຕ່ສິ່ງທີ່ຂ້າພະເຈົ້າ ສະເໝີແນະແມ່ນ, ໃນຂະນະທີ່ແຫຼ່ງກໍາລັງ ແລະການວາງແຜນມີຄວາມສໍາຄັນນັ້ນ, ປັດໃຈກຸນແຈເພື່ອໄດ້ຮັບຜົນສໍາເລັດແມ່ນວິໄສທັດກະທົບເຖິງການພັດທະນາຂອງນະຄອນ, ຜ່ານວິໄສທັດສ່ອງແສງໃຫ້ເຫັນຄວາມເອົາໃຈໃສ່ ແລະຄວາມປາຖະໜາຂອງຊາວນະຄອນ.

ນັກຂ່າວ: ພ້ອມກັບນາມມະຍົດ “ນະຄອນເພື່ອສັນຕິພາບ”, ຮ່າໂນ້ຍ ກໍ່ຕັ້ງໜ້າປະຕິບັດຄໍາໝັ້ນສັນຍາຂອງ UNESCO ເມື່ອເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດຄິດສ້າງ. UNESCO ຈະເຮັດຫຍັງແດ່ເພື່ອໜູນຊ່ວຍຮ່າໂນ້ຍ ໃນການປົກປັກຮັກສາ ແລະເສີມຂະຫຍາຍຄຸນຄ່ານາມມະຍົດ?

ທ່ານ Jonathan Wallace Baker: ຂ້າພະເຈົ້າເຊື່ອໝັ້ນວ່າ ການແຕ່ງຕັ້ງຮ່າໂນ້ຍ ເປັນນະຄອນປະດິດຄິດສ້າງກ່ຽວກັບການອອກແບບຂອງ UNESCO ແມ່ນໄດ້ສ້າງຂຶ້ນອີງໃສ່ມໍລະດົກເຊື່ອມໂຍງ ແລະຄວາມໂອບອ້ອມອາລີຂອງນະຄອນແມ່ນ “ນະຄອນເພື່ອສັນຕິພາບ”. ນີ້ແມ່ນການແຕ່ງຕັ້ງອະນາຄົດ, ສະແດງໃຫ້ເຫັນວິໄສທັດໃໝ່ຂອງນະຄອນ, ສ່ອງແສງເປົ້າໝາຍຂອງຫວຽດນາມ ດ້ວຍຖານະເປັນປະເທດຂະຫຍັນຂັນເຂື່ອນ ແລະສະໜິດຕິດພັນໃນພາກພື້ນ ແລະໃນໂລກ.

UNESCO ເຂົ້າໃຈວ່າ, ເຖິງວ່າ ຮ່າໂນ້ຍ ມີສິດເອກອ້າງທະນົງໃຈຕໍ່ອະດີດຂອງຕົນ, ແຕ່ຍັງປາດຖະໜາຢາກມຸ່ງໄປເຖິງອະນາຄົດ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ນະຄອນມີບັນດາປັດໃຈທີ່ເໝາະສົມຢ່າງພຽງພໍເພື່ອກາຍເປັນສູນປະດິດຄິດສ້າງ, ເພາະວ່ານີ້ແມ່ນພາກສ່ວນສຳຄັນຂອງວັດທະນະທຳ ແລະຮ່າໂນ້ຍ ມີສີສັນວັດທະນະທຳສະເພາະ. ສະນັ້ນ, ພວກຂ້າພະເຈົ້າປາດຖະໜາຢາກຮ່ວມມືກັບຮ່າໂນ້ຍ ບໍ່ພຽງແຕ່ເພື່ອອະນຸລັກຮັກສາປະຫວັດສາດຂອງນະຄອນເທົ່ານັ້ນ, ຫາກຍັງພັດທະນາບັນດາຂະແໜງອຸດສາຫະກໍາວັດທະນະທຳໃໝ່ໃຫ້ຍຸກສະໄໝໃໝ່. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ແມ່ນວິທີເພື່ອໃຫ້ຮ່າໂນ້ຍ ຮັກສາການເຕີບໂຕແບບຍືນຍົງ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດມານະຄອນ, ສ້າງວຽກເຮັດງານທຳໃຫ້ຊາວໜຸ່ມ ແລະກໍ່ສ້າງຮ່າໂນ້ຍ ກາຍເປັນນະຄອນຫຼວງປະດິດສ້າງ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ຈາງຫງວຽນ