leftcenterrightdel
ຫວຽດນາມ ໄດ້ນຳສະເໜີຕໍ່ມະຫາຊົນຝລັ່ງ ແລະສາກົນ ໂດຍລາຍການສະແດງສິລະປະທີ່ເປັນເອກະລັກ. ພາບ: ສໍານັກຂ່າວສານຫວຽດນາມ

ເຂດວາງສະແດງຂອງຫວຽດນາມ ໃນວັນບຸນນີ້ໄດ້ດຶງດູດຜູ້ເຂົ້າຊົມ ແລະມາຊອກຮູ້ກ່ຽວກັບບັນດາລາຍການທ່ອງທ່ຽວ, ຮັບຊົມທັດສະນີຍະພາບຂອງຫວຽດນາມ ຜ່ານຟິມຮູບເງົາ, ພາບຖ່າຍ, ຮັບຊົມພາບພື້ນເມືອງ ດົງໂຮ່, ຫຼື ຮຽນວິທີຫຼິ້ນເຄື່ອງດົນຕີພື້ນເມືອງຂອງ ຫວຽດນາມ ເປັນຈຳນວນຫຼວງຫຼາຍ. ໂດຍແຕກຕ່າງກັບຄັ້ງກ່ອນໆ, ປີນີ້, ຮ້ານຂອງ ຫວຽດນາມ ສຸມໃສ່ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ໃນນັ້ນ ການທ່ອງທ່ຽວ ແຂວງ ກວ໋າງບິ່ງ ດ້ວຍບັນດາລາຍການທ່ອງທ່ຽງໃໝ່ ຄົ້ນຫາຖ້ຳ ເຊີນດອງ ໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວຫຼາຍຄົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມ.

ໂດຍປະກອບສ່ວນເຂົ້າໃນລາຍການແນະນຳສີສັນບັນດາປະເທດໃນເວທີສະແດງໃຫຍ່ຂອງງານບຸນ, ຫວຽດນາມ ໄດ້ນຳສະເໜີຕໍ່ມະຫາຊົນຝລັ່ງ ແລະສາກົນ ໂດຍລາຍການສະແດງສິລະປະທີ່ເປັນເອກະລັກ ດ້ວຍຊຸດເສື້ອຍາວ ແລະເຕັ້ນສາບທີ່ຄຶກຄື້ນມ່ວນຊື່ນ.

ໂດຍ: ກວຽດເຕິມ