ຈຸດພົ້ນເດັ່ນຂອງພິທີອັດແມ່ນລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ “ຈາກບ້ານແຊນ ຕະຫຼອດຮອດນະຄອນ ໂຮ່ຈີມິນ” ເຊິ່ງໄດ້ວາດພາບເຖິງການເດີນທາງຂອງຊາວໜຸ່ມ ຫງວຽນອ໋າຍກວັກ ໄປຊອກຫາເສັ້ນທາງກູ້ຊາດ ດ້ວຍຄວາມຫວັງຢາກຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ.

leftcenterrightdel
ການສະແດງສິລະປະທີ່ລາຍການ. ພາບ: vov.vn

ງານບຸນບ້ານແຊນ 2024 ຈັດຂຶ້ນໃນລະຫວ່າງວັນທີ 11-19 ພຶດສະພາ, ດ້ວຍຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ດຶງດູດປະຊາຊົນ ແລະແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ. ເປັນໜ້າສົນໃຈແມ່ນ, ງານບຸນບ້ານແຊນ ໄດ້ຜັນຂະຫຍາຍຢ່າງເລິກເຊິ່ງ, ກ້ວາງຂວາງຈາກຂັ້ນຮາກຖານຢູ່ 20/20 ເມືອງ, ນະຄອນ, ເທດສະບານ, ດ້ວຍຫຼາຍລາຍການໄດ້ຈັດຕັ້ງທີ່ລອບຄອບຖີ່ຖ້ວນ… ງານບຸນບ້ານແຊນ ໄດ້ກາຍເປັນງານບຸນໃຫຍ່ຂອງປະຊາຊົນແຂວງ ເງະອານ ແລະ ທົ່ວປະເທດ.

ແຫຼ່ງຄັດຈາກ: vovworld.vn