ນີ້ແມ່ນຄັ້ງທີ 4 ທີ່ “ວັນບຸນອາຊີ” ຖືກຈັດຂຶ້ນຢູ່ນະຄອນຫຼວງ Bratislava ເພື່ອແນໃສ່ເຊີດຊູສີສັນວັດທະນະທຳ, ໂຄສະນາການທ່ອງທ່ຽວ ແລະອາຫານການກິນອາຊີ ໃຫ້ແກ່ປະຊາຊົນ Slovakia ແລະແຂກທ່ອງທ່ຽວສາກົນ.

leftcenterrightdel
ການປະກວດນຸ່ງຊຸດເສື້ອຍາວ. ພາບ: vov.vn

ເອກອັກຄະລັດຖະທູດບັນດາປະເທດຫວຽດນາມ, ຍີ່ປຸ່ນ, ອິນໂດເນເຊຍ, ຈີນ ຢັ້ງຢືນວ່າ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືກັບ Slovakia ກໍ່ຄືການຮ່ວມມືລະຫວ່າງບັນດາປະເທດອາຊີ ນຳກັນ, ປະກອບສ່ວນສ້າງພາບພົດພາກພື້ນອາຊີ ທີ່ສະໜິດສະໜົມ, ພ້ອມແລ້ວທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ Slovakia.

ມີຫຼາຍລາຍການສິລະປະວັນນະຄະດີ, ລາຍການຕີມວຍທີ່ເປັນເອກະລັກສະເພາະຂອງບັນດາປະເທດຍີ່ປຸ່ນ, ອິນໂດເນເຊຍ, ຈີນ ແລະ ຫວຽດນາມ ໄດ້ນຳມາສະແດງໃນວັນບຸນ, ອັນໄດ້ສ້າງຄວາມຈັບອົກຈັບໃຈແກ່ນັກທ່ອງທ່ຽວ ແລະປະຊາຊົນປະເທດປະຈຳຖິ່ນ. ນອກຈາກນັ້ນແລ້ວ, ນັກທ່ອງທ່ຽວຍັງໄດ້ຮັບຊິມອາຫານພື້ນຖານຕ່າງໆຂອງບັນດາປະເທດອາຊີ ກໍ່ຄືມີປະສົບການໃໝ່ທີ່ໜ້າຈື່ຈຳສຳລັບວັດທະນະທຳ, ອາຫານການກິນຫວຽດນາມ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ