ຕອນຄ່ຳວັນທີ 14 ກຸມພາ, ຢູ່ສູນປະຊາຄົມ Millwell Road, ອົດສະຕາລີ, ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 - ຕິດພັນວົງຄະນະຍາດ” ເຊິ່ງໄດ້ດຶງດູດພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ເຂດ Sunshine Coast, ພ້ອມກັບຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແລະ ເພື່ອນມິດສາກົນເຂົ້າຮ່ວມເກືອບ 300 ທ່ານ.

ໃນຂອບເຂດຂອງລາຍການ, ໄດ້ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະ, ຄື: ການສະແດງຊຸດອາພອນທີ່ເປັນມູນເຊື້ອ, ພ້ອມກັບການລະຫຼິ້ນພື້ນເມືອງ, ນຸ່ງຊຸດເສື້ອຍາວປະຈຳຊາດ… ພ້ອມກັນນັ້ນ, ເຂດອາຫານການກິນພື້ນເມືອງດ້ວຍຫຼາຍເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງບຸນເຕັດ ກໍ່ໄດ້ຮັບການຕອບສະໜອງຢ່າງສຸດຈິດສຸດໃຈຂອງຜູ້ເຂົ້າຮ່ວມ.

leftcenterrightdel
ທີ່ບຸນເຕັດປີມະເມຍ 2026 ທີ່່ເຂດ Pavillon Baltard ຢູ່ຊານນະຄອນຫຼວງ ປາຣີ. ພາບ: vov

ແລະກໍ່ໃນຕອນຄ່ຳວັນທີ 14 ກຸມພາ, ທີ່່ເຂດ Pavillon Baltard ຢູ່ຊານນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ມີຊາວ ຫວຽດນາມ ພ້ອມກັບເພື່ອນມິດສາກົນນັບຮ້ອຍຄົນ ໄດ້ເຕົ້າໂຮມກັນຕ້ອນຮັບບຸນເຕັດປີມະເມຍ 2026. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຈິ້ງດຶກຫາຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ເນັ້ນໜັກວ່າ ບຸນເຕັດບໍ່ພຽງແຕ່ແມ່ນໂອກາດ ເພື່ອເຕົ້າໂຮມກັນເທົ່ານັ້ນ, ຫາກຍັງແມ່ນແຫ່ງສ້າງຄວາມສະໜິດຕິດພັນຂອງບັນດາຜູ້ທີ່ຫ່າງໄກບ້ານເກີດເມືອງນອນ, ບອກສອນໃຫ້ຄິດຮອດກົກເຄົ້າເຫງົ້າກໍ ແລະ ມູນເຊື້ອຂອງຊາດອີກດ້ວຍ.

ໂດຍ: ກວຽດເຕິມ