ຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອແມ່ນມໍລະດົກອັນລ້ຳຄ່າ, ມີທີ່ຕັ້ງ ແລະບົດບາດສຳຄັນ, ກຳນົດສີສັນວັດທະນະທຳຂອງຊາດໃຫ້ເປັນຮູບເປັນຮ່າງ ແລະຢັ້ງຢືນຖານະບົດບາດຂອງປະເທດ. ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມ ໄດ້ຮັບການຫຼໍ່ຫຼອມໃນຕະຫຼອດໄລຍະປະຫວັດສາດ; ແມ່ນໝາກຜົນຂອງຂະບວນການອອກແຮງງານທີ່ມີຫົວຄິດປະດິດສ້າງ ແລະຕໍ່ສູ້ຢ່າງອົງອາດກ້າຫານ, ສ້າງສາ ແລະປົກປັກຮັກສາປະເທດຂອງວົງຄະນະຍາດບັນດາເຜົ່າຫວຽດນາມ; ໄດ້ຮັບການສ້າງຕັ້ງຂຶ້ນຈາກນ້ຳໃຈຮັກຊາດ, ນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ, ສ້າງເປັນຈິດວິນຍານ, ພະລັງຈິດໃຈ, ຄຸນທາດຂອງຊາວຫວຽດນາມ, ເຮັດໃຫ້ປະຫວັດສາດອັນສະຫງ່າລາສີຂອງຊາດຮຸ່ງເຮືອງເຫຼືອງເຫຼື້ອມຂຶ້ນ.
ບັນດາຄຸນຄ່າວັດທະນະທຳໄດ້ໂຮມກັນເຂົ້າເປັນສີສັນວັດທະນະທຳຂອງຊາດ, ດ້ວຍຄຸນຄ່າທາງດ້ານວັດຖຸ ແລະຈິດໃຈດີເດັ່ນໃຫ້ແຕ່ລະຊົນຊາດຊົນເຜົ່າ, ສະແດງໃຫ້ເຫັນເຖິງໂສມໜ້າ, ຄຸນລັກສະນະ, ຄຸນຄ່າຂອງແຕ່ລະຊົນຊາດຊົນເຜົ່າ. ສີສັນວັດທະນະທໍາແມ່ນ "ບັດປະຈໍາຕົວ", ເປັນປັດໄຈສໍາຄັນເພື່ອກໍານົດຄວາມເປັນເອກະລັກສະເພາະ ແລະຊ່ວຍຈໍາແນກຊົນຊາດນີ້ກັບຊົນຊາດອື່ນ.
    |
 |
|
ຊາວເຜົ່າໄທ ຢູ່ແຂວງດ້ຽນບຽນ ຟ້ອນແຊວ່ໃນຍາມລະດູບານໃໝ່. ພາບ: ຢາມິງ |
ການຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳຂອງຊາດ ແມ່ນໜຶ່ງໃນບັນດາການກໍານົດທິດຍຸດທະສາດສຳຄັນເພື່ອພັດທະນາເສດຖະກິດ-ສັງຄົມ, ເຊິ່ງ ພັກກອມມູນິດຫວຽດນາມ ໄດ້ວາງອອກ, ໄດ້ຮັບການຢັ້ງຢືນໃນເອກະສານສະບັບຕ່າງໆ ແລະຜ່ານກອງປະຊຸມໃຫຍ່ຄັ້ງຕ່າງໆຂອງພັກ. ການສົ່ງເສີມຄຸນຄ່າວັດທະນະທຳຂອງຊາດ ຍາມໃດກໍ່ໄດ້ຈັດວາງໃນຊີວິດສັງຄົມ, ໃນຂົງເຂດເສດຖະກິດ, ການເມືອງ, ສັງຄົມ..., ດ້ວຍເປົ້າໝາຍສູງສຸດແມ່ນມຸ່ງໄປເຖິງປະຊາຊົນ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ ແລະຢັ້ງຢືນຄຸນຄ່າຂອງປະຊາຊົນໃນທຸກດ້ານຂອງຊີວິດເສດຖະກິດ, ວັດທະນະທຳ, ສັງຄົມ. ການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຂອງຊາດ ແມ່ນໜຶ່ງໃນບັນດາທັດສະນະຫຼັກແຫຼ່ງ, ຕົ້ນຕໍທີ່ພັກກອມມູນິດຫວຽດນາມ ໄດ້ຢືນຢັນຜ່ານກອງປະຊຸມໃຫຍ່ຫຼາຍຄັ້ງ, ໄດ້ພັດທະນາທາງດ້ານທິດສະດີ, ຍົກສູງທັດສະນະຊີ້ນໍາເມື່ອກຳນົດການກໍ່ສ້າງ ແລະເສີມຂະຫຍາຍຄຸນຄ່າວັດທະນະທຳໃຫ້ເໝາະສົມກັບຍຸກສະໄໝ.
ຍ້ອນເຫດນັ້ນ, ການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຂອງຊາດ ໄດ້ຕິດພັນຢ່າງຄົບຊຸດກັບການກໍານົດສາຍພົວພັນແບບສັດຈະວິພາກ ບົນພື້ນຖານລະບົບຄຸນຄ່າຂອງຊາດ (ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ); ລະບົບຄຸນຄ່າວັດທະນະທຳຫວຽດນາມ (ຊົນຊາດ, ປະຊາທິປະໄຕ, ມະນຸດສະທໍາ, ວິທະຍາສາດ); ລະບົບຄຸນຄ່າຄອບຄົວຫວຽດນາມ (ກ້າວໜ້າ, ສີວິໄລ, ອີ່ມໜໍາສໍາລານ, ຜາສຸກ); ແລະ ມາດຕະຖານຂອງຊາວຫວຽດນາມ (ຮັກຊາດ, ມີເມດຕາ, ໃຈດີ, ສັດຊື່ບໍລິສຸດ, ສາມັກຄີ, ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ...).
ວັດທະນະທຳຫວຽດນາມ ຍັງແມ່ນໝາກຜົນແຫ່ງຂະບວນການແລກປ່ຽນ, ຮັບເອົາຄວາມຍອດຍິ່ງຈາກອາລິຍະທຳຂອງບັນດາປະເທດໃນໂລກ, ສ້າງຄວາມຮັ່ງມີ ແລະປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ. ຊາວຫວຽດນາມ ມີຄວາມເປີດເຜີຍ, ເປັນມິດ, ມີມະນຸດສະທໍາ... ມີຄວາມຮັບຮູ້ສູງໃນການແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳອັນດີງາມຂອງຊາດຫວຽດນາມ ໃຫ້ແກ່ບັນດາຊົນຊາດໃນທົ່ວໂລກເພື່ອສ້າງ “ກຳລັງແຮງທີ່ອ່ອນໂຍນ” ໃນວັດທະນະທຳຂອງຊາດ. ທີ່ຕັ້ງ ແລະບົດບາດຂອງວັດທະນະທຳໄດ້ສະແດງອອກໃຫ້ເຫັນຢູ່ໃນມູມມອງຫຼາຍສົ້ນ, ຮອບດ້ານ, ເປີດກວ້າງວັດທະນະທຳໃນຖານະທີ່ເປັນ “ກຳລັງແຮງອ່ອນໂຍນ” ຂອງປະເທດຊາດ. ນີ້ແມ່ນວິທີເຂົ້າເຖິງທີ່ມີປະສິດທິຜົນເພື່ອໃຫ້ພວກເຮົາເປັນເຈົ້າການພົບປະແລກປ່ຽນ, ເປັນເຈົ້າການເຊື່ອມໂຍງ ແລະເປັນເຈົ້າການຮັບເອົາຄວາມຍອດຍິ່ງຂອງວັດທະນະທຳມວນມະນຸດດ້ວຍສານທີ່ວ່າ: “ຫວຽດນາມ ພ້ອມແລ້ວທີ່ຈະເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ”.
    |
 |
|
ນາຍຊ່າງຊາວເກີຕູ ຢູ່ນະຄອນດ່າໜັງ ຖ່າຍທອດອາຊີບຕໍ່າແຜ່ນແພພື້ນເມືອງໃຫ້ລຸ້ນໜຸ່ມ. ພາບ: ຮວ່າງແອັງ |
ຈາກທັດສະນະດັ່ງກ່າວ, ພວກຂ້າພະເຈົ້າ ໄດ້ຫັນປ່ຽນ “ກຳລັງແຮງອ່ອນໂຍນ” ຂອງວັດທະນະທຳ ໃຫ້ກາຍເປັນກໍາລັງແກ່ງແຍ້ງແຫ່ງຊາດ, ພັດທະນາວັດທະນະທຳອຸດສາຫະກຳ ໄປຄຽງຄູ່ກັບການກໍ່ສ້າງ ແລະປັບປຸງຕະຫຼາດວັດທະນະທຳໃຫ້ສົມບູນແບບ, ເຮັດໃຫ້ອຸດສາຫະກຳວັດທະນະທຳ ກາຍເປັນຂະແໜງເສດຖະກິດປາຍແຫຼມທີ່ມີຄວາມສາມາດແກ່ງແຍ້ງໃນເວທີສາກົນ.
ວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈອັນໜັກແໜ້ນ, ແມ່ນແຫຼ່ງກຳລັງພາຍໃນຂອງປະຊາຊົນແຕ່ລະຄົນ ແລະແຕ່ລະວົງຄະນະຍາດຊົນເຜົ່າ ແລະມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາດ້ານວັດຖຸ ແລະຈິດໃຈແບບຍືນຍົງ. ໂດຍເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ວັດທະນະທຳກໍ່ແມ່ນເຄື່ອງວັດແທກການພັດທະນາຂອງປະເທດ, ເປັນພື້ນຖານເພື່ອ ພັດທະນາມະນຸດຢ່າງຮອບດ້ານ. ວັດທະນະທໍາຕິດພັນກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ; ການພັດທະນາວັດທະນະທໍາຕ້ອງໃຫ້ກາຍເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມຢ່າງແທ້ຈິງ, ເປັນກຳລັງແຮງພາຍໃນ, ເປັນກຳລັງໜູນອັນສໍາຄັນໃຫ້ແກ່ການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ.
ເພື່ອມີກໍາລັງແຜ່ຂະຫຍາຍ, ພວກເຮົາຄວນທະວີຄູນຄຸນຄ່າອັນສູງສົ່ງ, ມຸ່ງໄປເຖິງຄຸນຄ່າ ຄວາມຈິງ-ຄວາມດີ-ຄວາມງາມ. ເປົ້າໝາຍແມ່ນເພື່ອປັບປຸງຊີວິດດ້ານວັດທະນະທຳຂອງປະຊາຊົນ, ຮັດແຄບຊ່ອງຫວ່າງໃນການຊົມໃຊ້ວັດທະນະທຳລະຫວ່າງເຂດ, ພາກຕ່າງໆ; ລະຫວ່າງປະຊາຊົນທຸກຊັ້ນຄົນ, ໃນນັ້ນເອົາໃຈໃສ່ເຖິງການພັດທະນາວັດທະນະທຳຂອງປະຊາຄົມບັນດາເຜົ່າຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະທະເລ. ນໍາເອົາຄຸນຄ່າວັດທະນະທໍາຊຶມເລິກເຂົ້າໃນຊີວິດສັງຄົມ, ເຂົ້າເຖິງປະຊາຊົນແຕ່ລະຄົນ, ວົງຄະນະຍາດ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບທົ່ວໂລກ, ເປັນເພື່ອນມິດກັບໂລກ ແລະປະກອບເຫື່ອແຮງກັບມວນມະນຸດ.
ການພັດທະນາວັດທະນະທຳ ແລະຊາວຫວຽດນາມ ຢ່າງແຂງແຮງ ແລະຮອບດ້ານໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດຢ່າງຈະແຈ້ງເມື່ອຖືວັດທະນະທຳແມ່ນກຳລັງແຮງພາຍໃນ, ແມ່ນພື້ນຖານດ້ານຈິດໃຈ ແລະລະບົບດັດສົມການພັດທະນາປະເທດຊາດແບບຍືນຍົງ. “ວັດທະນະທໍາຕ້ອງເຍືອງທາງໃຫ້ປະຊາຊົນເດີນຕາມ” ເປັນການຢືນຢັນວ່າ ວັດທະນະທຳຍາມໃດກໍ່ສວມບົດບາດສໍາຄັນພິເສດໃນຍຸດທະສາດພັດທະນາປະເທດຊາດ, ສະແດງໃຫ້ເຫັນເປົ້າໝາຍ ແລະຄວາມຕັດສິນໃຈຂອງທົ່ວພັກ ແລະຄວາມມຸ່ງມາດປາດຖະໜາ, ຄວາມຄາດຫວັງຂອງວົງຄະນະຍາດຊຸມຊົນບັນດາເຜົ່າຫວຽດນາມ. ດັ່ງນັ້ນ, ຍິ່ງກວ່າເວລາໃດໝົດ, ທົ່ວພັກ, ທ່ົວກອງທັບ, ທົ່ວປວງຊົນຕ້ອງເສີມຂະຫຍາຍຄຸນຄ່າວັດທະນະທຳ, ກໍາລັງແຮງ, ຄຸນທາດ, ສະຕິປັນຍາ, ຈິດໃຈອຸທິດຕົນຂອງຊາວຫວຽດນາມ ໃຫ້ມີປະສິດທິພາບ, ເພື່ອໃຫ້ວັດທະນະທຳກາຍເປັນແຫຼ່ງກໍາລັງພາຍໃນ, ແມ່ນແຮງຂັບເຄື່ອນ, ລະບົບດັດສົມການພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມຜາສຸກໃນສັງກາດໃໝ່ - ສັງກາດບືນຕົວຂຶ້ນຂອງປະເທດຊາດ.
ໂດຍ: ທູຈາງ