ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະ ຢູ່ງານບຸນລະດູບານໃໝ່ປີມະເມຍ 2026
ຈຸດພົ້ນເດັ່ນໃນງານບຸນລະດູບານໃໝ່ປີມະເມຍ 2026 ແມ່ນງານວາງສະແດງ “ລະດູບານໃໝ່ຕໍ່ພັກ”.
ງານບຸນລະດູບານໃໝ່ປີມະເມຍ 2026 ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 6 ກຸມພາ, ຢູ່ ຮ່າໂນ້ຍ, ເຫດການ ໂດຍ ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ) ຈັດຂຶ້ນ, ເພື່ອຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3 ກຸມພາ 1930 - 3 ກຸມພາ 2026) ແລະ ຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ (ບຸນເຕັດ) ປີມະເມຍ 2026.
    |
 |
|
ລາຍການສະແດງສິລະປະທີ່ງານບຸນລະດູບານໃໝ່ປີມະເມຍ 2026. ພາບ: vovworld.vn |
ຈຸດພົ້ນເດັ່ນໃນງານບຸນລະດູບານໃໝ່ປີມະເມຍ 2026 ແມ່ນງານວາງສະແດງ “ລະດູບານໃໝ່ຕໍ່ພັກ”. ເຂດວາງສະແດງ “ເຕັດຫວຽດ” ທີ່ເປັນມູນເຊື້ອໄດ້ສ້າງຂຶ້ນໂດຍເຂັ້ມຂຸ້ນໄປດ້ວຍສີສັນຊາດ ກໍ່ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ງານບຸນລະດູບານໃໝ່ປີມະເມຍ 2026.
ຢູ່ທີ່ນີ້, ຍັງມີເຂດແນະນຳວາງສະແດງສິລະປະແກະຄວັດສະຫຼັກແສງສີ ດ້ວຍຮູບພາບ ປະທານ ໂຮ່ຈີມິນ - ຜູ້ກໍ່ຕັ້ງ ແລະນຳພາພັກກອມມູນິດຫວຽດນາມ; ເຂດອາຫານການກິນ; ເຂດແນະນຳວັດທະນະທຳຊາ ຫວຽດນາມ; ແນະນຳຊຸດອາພອນປະຈຳເຜົ່າຫວຽດນາມ… ງານບຸນໄດ້ເປີດປະຕູຕ້ອນຮັບແຂກມາຢ້ຽມຊົມແຕ່ວັນທີ 6 - 9 ກຸມພາ ຢູ່ສູນວາງສະແດງວັດທະນະທຳສິລະປະຫວຽດນາມ, ເລກທີ 2 ຖະໜົນ ຮວາລື, ຮ່າໂນ້ຍ.
ຕອນຄ່ຳວັນດຽວກັນ, ຕະຫຼາດດອກໄມ້ທີ່ເປັນມູນເຊື້ອລະດູບານໃໝ່ປີມະເມຍ 2026 ກໍ່ໄດ້ໄຂຂຶ້ນຢູ່ຖະໜົນ ຮ່າງເລືອກ ແລະ ເຂດແຕ້ມພາບ ຟຸ່ງຮືງ, ຕາແສງ ຮວ່ານກຽມ, ຮ່າໂນ້ຍ. ງານຕະຫຼາດນັດນີ້ໄດ້ຈັດຂຶ້ນແຕ່ວັນທີ 30 ມັງກອນ ຮອດວັນທີ 16 ກຸມພາ.
ແລະກໍ່ໃນວັນທີ 6 ກຸມພາ, ຢູ່ຮ່າໂນ້ຍ, ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ກໍ່ໄດ້ຈັດລາຍການ “ຄົ້ນຫາບຸນເຕັດໃນເມື່ອກ່ອນ” ດ້ວຍການເຄື່ອນໄຫວສະແດງ ແລະການລະຫຼິ້ນພື້ນເມືອງທີ່ອຸດົມສົມບູນຫຼາກຫຼາຍ, ເຊິ່ງ ໄດ້ຈັດຂຶ້ນແຕ່ວັນທີ 5 - 6 ກຸມພາ.
ແຫຼ່ງຄັດຈາກ: vovworld.vn