ຈັດງານບຸນລະດູບານໃໝ່ ອຽນຕື້ 2026 ດ້ວຍຂະໜາດໃຫ່ຍ
ກປ.ອອນໄລ - ໜ້າສົນໃຈແມ່ນ ການສະແດງສິລະປະພິເສດໃນຕອນຄ່ຳວັນທີ 26 ກຸມພາ ຈະວາດພາບແນວຄິດຂອງພະພຸດທະເຈົ້າ ມະຫາກະສັດ ເຈິ່ນເຍິນຕົງ ຜ່ານເຕັກໂນໂລຊີການສະແດງ.
ພິທີໄຂງານບຸນລະດູບານໃໝ່ ອຽນຕື້ 2026 ຈະຈັດຂຶ້ນໃນວັນທີ 26 ກຸມພາ (ກົງການວັນທີ 10 ເດືອນຈຽງປີມະເມຍ) ຢູ່ແຂວງກວາງນິງ. ນີ້ແມ່ນງານບຸນທີ່ມີຂອບຂະໜາດໃຫ່ຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ, ເປັນຂີດໝາຍສຳຄັນ ພາຍຫຼັງທີ່ອົງການ ສປຊ ເພື່ອການສຶກສາ, ວິທະຍາສາດ, ແລະ ວັດທະນະທຳ (UNESCO) ໄດ້ຈົດຊື່ເຂດປູ່ສະນີຍະສະຖານ ອຽນຕື້-ວິ້ງງຽມ-ໂກນເຊີນ, ກຽບບາກ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳໂລກ.
    |
 |
|
ພາບປະກອບ: ສໍານັກຂ່າວສານຫວຽດນາມ |
ທີ່ການປະຊຸມຂ່າວກ່ຽວກັບການຈັດຕັ້ງງານວາງສະແດງພຸດທະສາສະໜາ ຈຸກເລີມອຽນຕື້ ແລະລາຍການສະແດງສິລະປະພິເສດໂຄສະນາມໍລະດົກວັດທະນະທຳໂລກ ອຽນຕຶ້ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 9 ກຸມພາ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ງານບຸນດ້ວຍການເຂົ້າຮ່ວມຂອງ 5 ຕາແສງ, ສ້າງເປັນງານບຸນວັດທະນະທຳເຊື່ອມຕໍ່ປະຊາຄົມຢ່າງແຮງ. ໜ້າສົນໃຈແມ່ນການສະແດງສິລະປະພິເສດໃນຕອນຄ່ຳວັນທີ 26 ກຸມພາ ຈະວາດພາບແນວຄິດຂອງພະພຸດທະເຈົ້າ ມະຫາກະສັດ ເຈິ່ນເຍິນຕົງ ຜ່ານເຕັກໂນໂລຊີການສະແດງ.
ຄະນະຈັດຕັ້ງ ໄດ້ຈັດງານວາງສະແດງບັນດາວັດຖຸບູຣານຂອງສະໄໝ ເຈົ້າຊີວິດ ເຈີ່ນ ແລະເອກະສານອັນລ້ຳຄ່າກ່ຽວກັບພຸດທະສາສະໜາ ຈຸກເລີມ; ງານຕະຫຼາດນັດ ແນະນໍາຜະລິດຕະພັນ OCOP ແລະອາຫານການກິນດ້ວຍຂະໜາດກວ່າ 100 ຮ້ານວາງສະແດງດ້ວຍຜະລິດຕະພັນແມ່ນເຄື່ອງຫັດຖະກໍາ, ເຄື່ອງທອງ ແລະເຄື່ອງບູຊາດ້ວຍໄມ້, ຜະລິດຕະພັນພິເສດສະເພາະຂອງເຂດ, ພາກ; ສະຖານທີ່ຄົ້ນຫາ, ເຂົ້າຮ່ວມການກິດຈະກໍາເຄື່ອນໄຫວ “ມໍລະດົກລະດູບານໃໝ່ - ບຸນເຕັດຢູ່ບ້ານເນືອງ” ດ້ວຍການລະຫຼິ້ນພື້ນເມືອງ, ເຊີດສິງໂຕ, ຕີມວຍພື້ນເມືອງ.
ໂດຍ: ກວຽດເຕິມ