leftcenterrightdel
ທ່ານ Jonathan Wallace Baker ຫົວໜ້າຜູ້ຕາງໜ້າ UNESCO ກ່າວຄຳເຫັນ. ພາບ: ສໍານັກຂ່າວສານຫວຽດນາມ.

ມະຕິເລກທີ 80-NQ/TW ຂອງກົມການເມືອງປະກາດໃຊ້ໃນວັນທີ 7 ມັງກອນ 2026 ກ່ຽວກັບການພັດທະນາວັດທະນະທຳໃນສັງກາດໃໝ່, ແມ່ນຂີດໝາຍສຳຄັນກ່ຽວກັບຈິນຕະນາການ ແລະວິໄສທັດພັດທະນາວັດທະນະທຳ, ຢັ້ງຢືນບົດບາດຂອງວັດທະນະທຳ ຄືພື້ນຖານດ້ານຈິດໃຈ, ກຳລັງແຮງພາຍໃນໃຫ້ການພັດທະນາປະເທດຊາດໂດຍໄວ ແລະຍືນຍົງ, ພ້ອມທັງມະຕິມີວິທີການສຳຜັດຢ່າງຮອບດ້ານ ແລະ ທັນສະໄໝສຳລັບການພັດທະນາວັດທະນະທຳ. ຫວ່າງແລ້ວນີ້, ເວັບໄຊຂອງອົງການ UNESCO ໄດ້ລົງສານຊົມເຊີຍມະຕິເລກທີ 80-NQ/TW ຂອງກົມການເມືອງ ພັກກອມມູນິດ ຫວຽດນາມ ກ່ຽວກັບການພັດທະນາວັດທະນະທຳ.

ໂດຍຕອບສຳພາດຕໍ່ນັກຂ່າວຂ່າວສານ ຫວຽດນາມ, ທ່ານ Jonathan Wallace Baker ຫົວໜ້າຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ເນັ້ນໜັກວ່າ ເລື່ອງກຳນົດວັດທະນະທຳແມ່ນແຫຼ່ງກຳລັງຫຼັກແຫຼ່ງ ແລະເສົາຄ້ຳຂອງການພັດທະນາສະແດງໃຫ້ເຫັນວ່າ ຫວຽດນາມ ຖືມະນຸດ, ບັນດາຄຸນຄ່າ ແລະສີສັນວັດທະນະທຳ ເປັນໃຈກາງຂອງພັດທະນາພັດທະນາຍາວນານຂອງປະເທດຊາດ.

ຈາກແງ່ມູມຂອງ UNESCO, ມະຕິໄດ້ຍົກອອກມາບັນດານະໂຍບາຍໃຫ້ວິວັດທະນາການປ່ຽນແປງໃໝ່ທີ່ມີລັກສະນະໂຄງປະກອບໃນຂົງເຂດວັດທະນະທຳ, ມຸ່ງໄປເຖິງການລະດົມແຫຼ່ງກຳລັງສັງຄົມ, ຊຸກຍູ້ເສດຖະກິດຫົວຄິດປະດິດສ້າງ ແລະການປົກປ້ອງຄວາມເປັນຫຼາຍຮູບຫຼາຍແບບຂອງວັດທະນະທຳ. ນີ້ແມ່ນການສືບຖອດທີ່ສົມເຫດສົມຜົນຂອງມູນເຊື້ອຍາວນານ ຖືເປັນສຳຄັນວັດທະນະທຳ ຂອງຫວຽດນາມ, ພ້ອມທັງສ້າງພື້ນຖານເພື່ອໃຫ້ປະເທດຊາດຮັບມືກັບບັນດາສິ່ງທ້າທາຍຂອງສັງກາດດີຈີຕອນ ແລະ ສະພາບການທົ່ວໂລກມີການຜັນແປຫຼາຍຢ່າງ ຢ່າງມີປະສິດທິຜົນ.

ໂດຍ: ກວຽດເຕິມ