ຮ່າໂນ້ຍ ແມ່ນ “ນະຄອນແຫ່ງການຮຽນຮູ້ລະດັບໂລກ” ຂອງ UNESCO
ກປ.ອອນໄລ - ຕອນຄ່ຳວັນທີ 29 ມັງກອນ, ຢູ່ສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕື້ຢາມ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີຕ້ອນຮັບນາມມະຍົດ ນະຄອນຮ່າໂນ້ຍ ແມ່ນສະມາຊິກໃນເຄືອຂ່າຍ “ນະຄອນແຫ່ງການຮຽນຮູ້ລະດັບໂລກ” ຂອງອົງການ UNESCO.
ວັນທີ 4 ທັນວາ 2025, ນະຄອນ ຮ່າໂນ້ຍ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ແມ່ນສະມາຊິກຂອງເຄືອຂ່າຍ “ນະຄອນແຫ່ງການຮຽນຮູ້ລະດັບທົ່ວໂລກ”. ນີ້ແມ່ນການຮັບຮູ້ຂອງອົງການດັ່ງກ່າວຕໍ່ບັນດາໝາກຜົນພົ້ນເດັ່ນໃນການພັດທະນາການສຶກສາ-ບຳລຸງສ້າງ, ການສຶກສານອກໂຮງຮຽນ, ການສຶກສາວິຊາຊີບ ແລະການສ້າງສັງຄົມຮ່ຳຮຽນ; ພ້ອມດຽວກັນນັ້ນກໍຢັ້ງຢືນບົດບາດນຳໜ້າຂອງນະຄອນຫຼວງຮ່າໂນ້ຍ ໃນການຫັນບັນດາເປົ້າໝາຍການສຶກສາຕະຫຼອດຊີວິດເປັນລະອຽດໃຫ້ແກ່ທຸກຄົນ.
    |
 |
|
ທ່ານຫວູດ້າຍຖັງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຮັບນາມມະຍົດສະມາຊິກໃນເຄືອຂ່າຍນະຄອນແຫ່ງຮຽນຮູ້ລະດັບໂລກຂອງ UNESCO. ພາບ: VGP |
    |
 |
|
ທ່ານຫວູດ້າຍຖັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ພິທີ. ພາບ: VGP |
ກ່າວຄຳເຫັນທີ່ພິທີ, ທ່ານ ຫວູດ້າຍຖັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຢັ້ງຢືນວ່າ: “ວິວັດທະນາການສ້າງນະຄອນແຫ່ງການຮຽນຮູ້ລະດັບໂລກ ແມ່ນບໍ່ມີຈຸດສິ້ນສຸດ. ນັ້ນແມ່ນໜຶ່ງວິວັດທະນາການທີ່ໝັ້ນໜຽວ, ຮຽກຮ້ອງໃຫ້ມີຄວາມສຸດຈິດສຸດໃຈ ແລະເຈດຈຳນົງອັນແຮງກ້າ. ດ້ວຍມູນເຊື້ອອະລິຍະທຳນັບພັນປີ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ຮ່າໂນ້ຍ ຈະກາຍເປັນ “ນະຄອນແຫ່ງການຮຽນຮູ້” ທີ່ດີເດັ່ນ, ເປັນປະພາຄານທາງພູມປັນຍາ ແລະ ວັດທະນະທຳມະນຸດໃນພາກພື້ນ ແລະໃນທົ່ວໂລກ. ຮ່າໂນ້ຍ ຈະມານະຍະຍາຍາມປະຕິບັດບັນດາຄຳໝັ້ນສັນຍາ, ຕັ້ງໜ້າຮ່ວມມືກັບບັນດາສະມາຊິກອື່ນໃນເຄືອຂ່າຍ, ຊຸກຍູ້ການເຄື່ອນໄຫວສຶກສາ ແລະບຳລຸງສ້າງ, ຢັ້ງຢືນທີ່ຕັ້ງຂອງນະຄອນຫຼວງທີ່ຂະຫຍັນຂັນເຄື່ອນ, ຮ່ຳຮຽນໝູນໃຊ້ເຕັກໂນໂລຢີດີຈີຕອນ ແລະ ຫັນເປັນດີຈີຕອນ, ລະດົມບັນດາແຫຼ່ງກຳລັງ ແລະການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ ໃຫ້ໄດ້ສູງທີ່ສຸດເພື່ອລົງທຶນໃຫ້ແກ່ການສຶກສາ ແລະຮ່ຳຮຽນຕະຫຼອດຊີວິດ”.
ໂດຍ: ກວຽດເຕິມ