ຜ່ານສິລະປະການສະແດງໃນເວທີດັ່ງກ່າວ, ລາຍການໄດ້ວາດພາບເຖິງວິວັດທະນາການຂອງວັດທະນະທຳການສຶກສາ ຫວຽດນາມ  ນັບແຕ່ປະເພນີການສອບເສັງຕະຫຼອດຮອດນ້ຳໃຈການຮຽນຂອງສັງຄົມທັນສະໄໝຢ່າງມີຊີວິດຊີວາ, ປະກອບສ່ວນແຜ່ກະຈາຍຄຸນຄ່າອະລິຍະທຳ ທັງລອງ - ຮ່າໂນ້ຍ ໃນການດຳລົງຊີວິດປັດຈຸບັນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ນອນໃນຂອບເຂດກິດຈະກຳວັດທະນະທຳ - ສຶກສາພິເສດ ເພື່ອສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງວັນໝຽວກວັກຕືຢາມ ໂດຍສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕືຢາມ ຈັດຂຶ້ນ.

leftcenterrightdel
ລາຍການສະແດງສິລະປະ “ວັດທະນະທຳການສຶກສາ” ເພື່ອສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງວັນໝຽວກວັກຕືຢາມ (1076 – 2026). ພາບ: VOV

ໃນຂອບເຂດກິດຈະກຳດັ່ງກ່າວບໍ່ພຽງແຕ່ແມ່ນໂອກາດ ເພື່ອຫວນຄືນບັນດາຄຸນຄ່າແກ່ນສານຂອງວັດທະນະທຳການສຶກສາຂອງຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນປຸກລຸກຄວາມເອກອ້າງທະນົງໃຈ, ສະຕິຄວາມຮັດບຮູ້ໃນການອະນຸລັກຮັກສາ ແລະເສີມຂະຫຍາຍມູນເຊື້ອດຸໝັ້ນຮ່ຳຮຽນ ເພື່ອໃຫ້ວັດທະນະທຳການສຶກສາສືບຕໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດໃນຍຸກສະໄໝໃໝ່.

ແຫຼ່ງຄັດຈາກ: vovworld.vn