ເອກະສານຈໍານວນ 800 ກວ່າຢ່າງ ໄດ້ວາງສະແດງທີ່ງານວາງສະແດງ “ສະພາແຫ່ງຊາດຫວຽດນາມ - ໄລຍະທາງ 80 ປີແຫ່ງການສ້າງສາ ແລະພັດທະນາ”
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີ ແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທໍາອິດຂອງສະພາແຫ່ງຊາດຫວຽດນາມ (ວັນທີ 6 ມັງກອນ 1946 / ວັນທີ 6 ມັງກອນ 2026), ວັນທີ 5 ມັງກອນ, ງານວາງສະແດງເອກະສານ ດ້ວຍຫົວຂໍ້ “ສະພາແຫ່ງຊາດຫວຽດນາມ - ໄລຍະທາງ 80 ປີແຫ່ງການສ້າງສາ ແລະພັດທະນາ” ໄດ້ໄຂຂຶ້ນຢູ່ຫໍສະໝຸດແຫ່ງຊາດຫວຽດນາມ (ຮ່າໂນ້ຍ).
    |
 |
|
ທ່ານນາງ ຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ແລະບັນດາຜູ້ແທນຕັດແຖບຜ້າເປີດງານວາງສະແດງ. ພາບ: thethaovanhoa.vn |
ງານວາງສະແດງໄດ້ວາງສະແດງເອກະສານອັນມີຄ່າຈໍານວນ 800 ກວ່າຢ່າງ ເຊິ່ງໄດ້ຮັບການຄັດເລືອກຢ່າງພິຖີພິຖັນຈາກຫຼາຍແຫຼ່ງຂໍ້ມູນທີ່ມີຄ່າ, ຄືດັ່ງໄລຍະທາງປະຫວັດສາດຢ່າງມີຊີວິດຊີວາ, ວາດພາບໃຫ້ເຫັນໄລຍະທາງ 80 ປີແຫ່ງການປ່ຽນແປງໃໝ່, ພັດທະນາ, ຮັບໃຊ້ປະເທດຊາດ ແລະປະຊາຊົນຢ່າງບໍ່ຢຸດຢັ້ງ.
ກ່າວຄຳເຫັນເປີດພິທີ, ທ່ານ ຫງວຽນຊວນຢຸ້ງ ຜູ້ອຳນວຍການຫໍສະໝຸດແຫ່ງຊາດຫວຽດນາມ ເນັ້ນໜັກວ່າ: ກ່ອນນີ້ 80 ປີ, ວັນທີ 6 ມັງກອນ 1946, ພາຍໃຕ້ການນຳພາຂອງພັກ ແລະປະທານໂຮ່ຈິມິນ, ການເລືອກຕັ້ງທົ່ວປະເທດຄັ້ງທຳອິດໃນປະຫວັດສາດຂອງຊົນຊາດຫວຽດນາມ ໄດ້ດຳເນີນໄປຢ່າງສຳເລັດຜົນ, ສ້າງຂີດໝາຍເປັນບາດລ້ຽວສໍາຄັນຍິ່ງໃນຂະບວນວິວັດການສ້າງລັດປະຊາທິປະໄຕປະຊາຊົນແຫ່ງທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້. ການກໍາເນີດຂອງສະພາແຫ່ງຊາດຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນເຈດຈຳນົງ, ຄວາມມຸ່ງມາດປາດຖະໜາເພື່ອຍາດເອົາເອກະລາດ, ເສລີພາບຂອງປະຊາຊົນຫວຽດນາມເທົ່ານັ້ນ, ຫາກຍັງຢັ້ງຢືນສິດເປັນເຈົ້າຂອງປະຊາຊົນ, ສ້າງພື້ນຖານດ້ານນິຕິກຳອັນໜັກແໜ້ນໃຫ້ແກ່ລັດຫວຽດນາມ ໃໝ່ ອີກດ້ວຍ.
    |
 |
|
ບັນດາຜູ້ແທນ ຢ້ຽມຊົມງານວາງສະແດງ. ພາບ: thethaovanhoa.vn |
ສະຫາຍ ຫງວຽນຊວນຢຸ້ງ ແບ່ງປັນວ່າ: “ເນື່ອງມາຈາກຄວາມໝາຍທາງປະຫວັດສາດອັນເລິກເຊິ່ງນັ້ນ, ຫໍສະໝຸດແຫ່ງຊາດຫວຽດນາມ ໄດ້ຈັດງານວາງສະແດງ ດ້ວຍຫົວຂໍ້ “ສະພາແຫ່ງຊາດຫວຽດນາມ - ໄລຍະທາງ 80 ປີແຫ່ງການສ້າງສາ ແລະພັດທະນາ” ເພື່ອແນໃສ່ເຊີດຊູບັນດາຄຸນຄ່າປະຫວັດສາດ, ການເມືອງ ແລະນິຕິກໍາອັນໃຫຍ່ຫຼວງຂອງສະພາແຫ່ງຊາດຫວຽດນາມ; ພ້ອມທັງປະກອບສ່ວນໂຄສະນາ, ສຶກສາອົບຮົມມູນເຊື້ອຮັກຊາດ, ຈິດໃຈປະຊາທິປະໄຕ ແລະສະຕິພົນລະເມືອງໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນຄົນຮຸ່ນໜຸ່ມ”.
ງານວາງສະແດງໄດ້ວາງສະແດງເອກະສານ 800 ກວ່າຢ່າງ ເຊິ່ງໄດ້ຮັບການຄັດເລືອກຈາກຄັງສາງເອກະສານທີ່ອຸດົມສົມບູນຂອງຫໍສະໝຸດແຫ່ງຊາດຫວຽດນາມ. ເນື້ອໃນຂອງງານວາງສະແດງ ໄດ້ຮັບການກໍ່ສ້າງຢ່າງພິຖີພິຖັນ ແລະມີວິທະຍາສາດ ດ້ວຍ 4 ຫົວຂໍ້ສະເພາະ.
ໂດຍ: ໄຊຊະນະ