ນີ້ແມ່ນໂອກາດເພື່ອໃຫ້ ໝູ່ກາງຈາຍ ສືບຕໍ່ໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄວາມງາມຂອງທິວທັດທຳມະຊາດ ແລະສີສັນວັດທະນະທຳທີ່ເປັນເອກະລັກຂອງເຂດດິນແດນແຫ່ງນີ້ເຖິງເພື່ອນມິດສາກົນ, ແຂກທ່ອງທ່ຽວພາຍໃນ ແລະນອກແຂວງ. ນີ້ແມ່ນພື້ນຖານສຳຄັນ ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ຍືນຍົງຂອງໝູ່ກາງຈາຍ ແລະບັນດາທ້ອງຖິ່ນໃກ້ຄຽງໃນໄລຍະໃໝ່.

leftcenterrightdel
Festival ແຄນມົ້ງ - ງານບຸນດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ. ພາບ: vov.vn

ທ່ານ ຫງວຽນເຖແອັງ, ແຂກທ່ອງທ່ຽວມາຈາກຮ່າໂນ້ຍ ໃຫ້ຮູ້ວ່າ: “ຜ່ານວິທະຍຸ, ໜັງສືພິມ ຂ້າພະເຈົ້າຈຶ່ງຮູ້ວ່າ ງານບຸນດອກຄາຍປ່າພວມຈັດຂຶ້ນຢູ່ ໝູ່ກາງຈາຍ ແລະ ຂ້າພະເຈົ້າມານີ້ເພື່ອຢ້ຽມຊົມ ແລະລົງຕົວຈິງ. ຂ້າພະເຈົ້າຮູ້ສຶກວ່າ ມີຄວາມເອກອ້າງທະນົງໃຈ ແລະຕື້ນຕັນໃຈທີ່ສຸດເມື່ອເຫັນບັນດາງານບຸນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຍາມໃດກໍໄດ້ຮັບການອະນຸລັກຮັກສາ, ເສີມຂະຫຍາຍ ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ ແລະລົງຕົວຈິງ. ແລະເມື່ອມານີ້, ພວກຂ້າພະເຈົ້າ ໄດ້ຮັບຊົມຄວາມງາມຂອງດອກຄາຍປ່າ ເຊິ່ງພວມເບັ່ງບານອວດສີສັນຢູ່ທົ່ວເຂດພາກເໜືອຕາເວັນຕົກຂອງຫວຽດນາມ”.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ