ເກີນເທີ ໄຂງານບຸນວັດທະນະທຳແມ່ນ້ຳຄັ້ງທີ 1 ປີ 2025
ງານບຸນວັດທະນະທຳແມ່ນ້ຳເກິນເທີ ຄັ້ງທີ 1 ປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນຄ່ຳວັນທີ 27 ທັນວາ, ຢູ່ນະຄອນເກິນເທີ.
    |
 |
|
ງານບຸນມີຫົວຂໍ້ “ເກິນເທີ - ສີສັນແມ່ນ້ຳ”. ພາບ: vov.vn |
ງານບຸນມີຫົວຂໍ້ “ເກິນເທີ - ສີສັນແມ່ນ້ຳ”, ເຊິ່ງຈັດຂຶ້ນແຕ່ວັນທີ 27 ທັນວາ 2025 ຫາວັນທີ 1 ມັງກອນ 2026.
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິງອັກດຽບ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິນເທີ, ໃຫ້ຮູ້ວ່າ: “ງານບຸນນີ້ແມ່ນເທື່ອທຳອິດທີ່ໄດ້ຈັດຂຶ້ນຢູ່ເກິນເທີ, ໂດຍບໍ່ພຽງແຕ່ເປັນການແນະນຳ, ໂຄສະນາຈຸດທີ່ເປັນເອກະລັກສະເພາະດ້ານວັດທະນະທຳແມ່ນ້ຳລຳເຊຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າລວມ ແລະ ເກິນເທີ ເວົ້າສະເພາະ ໄປເຖິງປະຊາຊົນ ແລະ ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເທົ່ານັ້ນ, ຫາກຜ່ານນັ້ນ ເພື່ອຍົກສູງຄວາມຮັບຮູ້ຂອງຊຸມຊົນໃນການປົກປັກຮັກສາສິ່ງແວດລ້ອມ, ລະບົບຊີວະພາບແມ່ນ້ຳລຳເຊ, ການພັດທະນາການທ່ອງທ່ຽວແບບຍືນຍົງ ອີກດ້ວຍ”.
ໃນຂອບເຂດງານບຸນ ໄດ້ຈັດການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ, ຄື: ງານວາງສະແດງພາບຖ່າຍ, ລາຍການສະແດງດົນຕີ, ລາຍການໂຄສະນາແນະນຳໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP)…
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ