ພິທີໄຂງານວາງສະແດງດີຈີຕອນ “ຮ່າໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ - ແສງສີ ແລະມໍລະດົກ”
ເຂດວາງສະແດງນີ້ໄດ້ນຳໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝ, ຄົບຊຸດ, ຄື: 3D Mapping Immersive, LED Kinetic, VR…
ຕອນຄ່ຳວັນທີ 26 ທັນວາ, ຢູ່ເຮືອນເລກທີ 93 ດິງຕຽນຮວ່າງ, ຕາແສງ ຮວ່ານກຽມ, ຮ່າໂນ້ຍ, ໄດ້ໄຂງານວາງສະແດງດີຈີຕອນ “ຮ່າໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ - ແສງສີ ແລະມໍລະດົກ”. ເຂດວາງສະແດງນີ້ໄດ້ນຳໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝ, ຄົບຊຸດ, ຄື: 3D Mapping Immersive, LED Kinetic, VR… ທ່ານ ດັ້ງຟານຢຽບ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ VietSoft Pro, ຫົວໜ່ວຍຮ່ວມດຳເນີນການຈັດງານວາງສະແດງດີຈີຕອນ, ໃຫ້ຮູ້ວ່າ:
    |
 |
|
ທີ່ງານວາງສະແດງດີຈີຕອນ “ຮ່າໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ - ແສງສີ ແລະ ມໍລະດົກ”. ພາບ: vovworld.vn |
“ບັນດາເຂດວາງສະແດງເດີນຕາມແຜນການຢ້ຽມຊົມ ແລະພວກຂ້າພະເຈົ້າໄດ້ເລົ່າເລື່ອງປະຫວັດສາດ ແລະວັດທະນະທຳ ດ້ວຍວິທີສຳຜັດກັບເນື້ອໃນ. ບັນດາເລື່ອງລາວປະຫວັດສາດໄດ້ສະແດງຜ່ານຫຼາຍຮູບແບບສິລະປະ, ກ່ຽວກັບລວດລາຍ, ສຽງ, ພາບ. ເຕັກໂນໂລຊີແຕ່ລະຢ່າງ, ເລື່ອງລາວແຕ່ລະເລື່ອງມີຫຼາຍວິທີສຳຜັດທີ່ແຕກຕ່າງກັນ ເພື່ອຊ່ວຍໃຫ້ມະຫາຊົນຊອກຮູ້ເລິກກວ່າ, ມີຄວາມເຂົ້າໃຈ ຮ່າໂນ້ຍ ແລະຮັກ ຮ່າໂນ້ຍ ຫຼາຍກວ່າ”.
ເຂດວາງສະແດງຈະເປີດປະຕູໂດຍບໍ່ເກັບຄ່າ ຮັບໃຊ້ແຂກທ່ອງທ່ຽວເນື່ອງໃນໂອກາດຕ້ອນຮັບປີໃໝ່ 2026.
ແຫຼ່ງຄັດຈາກ: vovworld.vn