10 ເຫດການປະກອບມີ: ວຽກງານສ້າງ ແລະປັບປຸງກົດບັນຢັດຫັນປ່ຽນຕັ້ງໜ້າ, ສ້າງປະຖົມປັດໄຈໃຫ້ຂະແໜງວັດທະນະທຳ, ກິລາ ແລະການທ່ອງທ່ຽວກ້າວເຂົ້າສູ່ສັງກາດໃໝ່ຢ່າງເຂັ້ມແຂງ; ງານວາງສະແດງຜົນງານຂອງປະເທດ “80 ປີ ໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ຢືນຢັນກໍາລັງຄວາມສາມາດບົ່ມຊ້ອນ ແລະທີ່ຕັ້ງຂອງຫວຽດນາມ; ການສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 / 21 ມິຖຸນາ 2025) ແລະ 80 ປີແຫ່ງວັນມູນເຊື້ອຂະແໜງວັດທະນະທຳ (28 ສິງຫາ 1945 / 28 ສິງຫາ 2025); ມໍລະດົກວັດທະນະທຳທີ່ພົ້ນເດັ່ນສີ່ແຫ່ງຂອງຫວຽດນາມ ໄດ້ຮັບການເຊີດຊູຄັ້ງທຳອິດຈາກອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ ສປຊ (UNESCO); ສະມັດຊາໃຫຍ່ UNESCO ຮັບຮອງເອົາຂໍ້ລິເລີ່ມ “ທົດສະວັດສາກົນແຫ່ງວັດທະນະທຳເພື່ອການພັດທະນາແບບຍືນຍົງ” ຕາມຂໍ້ສະເໜີຂອງຫວຽດນາມ; ບັນດາເຫດການວັດທະນະທຳ, ສິລະປະທີ່ສະເຫຼີມສະຫຼອງບັນດາເຫດການສຳຄັນຂອງປະເທດຊາດ ແລະສັນຍາລັກຂອງດົນຕີຫວຽດນາມ ໃນປີ 2025; “ວັນບຸນຫວຽດນາມ ທີ່ມີຄວາມຜາສຸກ” ຢືນຢັນວ່າ ຫວຽດນາມກຳລັງກາຍເປັນຈຸດນັດພົບແຫ່ງສັນຕິພາບ, ຄວາມຜາສຸກ ແລະມະນຸດສະທຳ; ງານມະໂຫລານຮູບເງົາຫວຽດນາມ ຄັ້ງທີ 24 ແລະສັນຍາລັກຂອງຮູບເງົາ “ຝົນສີແດງ”; ງານມະໂຫລານຮູບເງົາອາຊີ ດ່ານັ້ງ ຄັ້ງທີ 3 ທີ່ມີຫຼາຍຈຸດໃໝ່; ທີມບານເຕະ U22 ຫວຽດນາມ ໄດ້ຮັບຫຼຽນຄໍາ ຄັ້ງທີ 3 ໃນງານມະໂຫລານກິລາຊີເກມ; ການທ່ອງທ່ຽວຂອງຫວຽດນາມ ບັນລຸການເຕີບໂຕທີ່ໜ້າປະທັບໃຈທີ່ສຸດໃນໂລກຕາມການຕີລາຄາຂອງອົງການທ່ອງທ່ຽວສະຫະປະຊາຊາດ, ໂດຍມີນັກທ່ອງທ່ຽວສາກົນຫຼາຍກວ່າ 20 ລ້ານເທື່ອຄົນ, ນັກທ່ອງທ່ຽວພາຍໃນປະເທດ ຫຼາຍກວ່າ 130 ລ້ານເທື່ອຄົນ.
ໂດຍ: ຈາງຫງວຽນ
Type the code from the image