ແຂວງກວາງນິງ ຈັດຕັ້ງ Concert Countdown 2026 ຕ້ອນຮັບປີໃໝ່
ກປ.ອອນໄລ - ແຂວງກວາງນິງ ຈະຈັດຕັ້ງ Concert Countdown 2026 ດ້ວຍຫົວຂໍ້ "ລະບຽບວິໄນ - ຮ່ວມແຮງຮ່ວມໃຈ, ສ້າງອະນາຄົດ", ຄາດວ່າຈະດຶງດູດຜູ້ເຂົ້າຮ່ວມຊົມ 50.000 ຄົນ ທີ່ສະໜາມຫຼວງ 30/10 ໃນຕອນຄ່ຳຂອງວັນທີ 31 ທັນວາ.
ໃນເວລາ 21 ໂມງ 30 ນາທີ ຂອງວັນທີ 31 ທັນວາ, ຢູ່ສະໜາມຫຼວງ 30/10, ຕາແສງ ຮະລອງ, ແຂວງກວາງນິງ, ຈະຈັດລາຍການສະແດງສິລະປະ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ - Concert Countdown 2026, ດ້ວຍຫົວຂໍ້ “ລະບຽບວິໄນ - ຮ່ວມແຮງຮ່ວມໃຈ, ສ້າງອະນາຄົດ”. ດ້ວຍເວລາກວ່າ 180 ນາທີ, ແກ່ຍາວກາຍ 0 ໂມງຂອງວັນທີ 1 ມັງກອນ 2026, ຄາດວ່າລາຍການຈະດຶງດູດຜູ້ເຂົ້າຮ່ວມຊົມປະມານ 50.000 ຄົນ.
    |
 |
|
ພາບປະກອບ: baoquangninh.vn |
ລາຍການສະແດງສິລະປະພິເສດ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2026 ຈະໄດ້ສົມທົບກັບເຕັກໂນໂລຊີແສງສີທັນສະໄໝດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກຮ້ອງ, ວົງດົນຕີຊື່ດັ່ງ ກັບການຍິງບັ້ງໄຟດອກໄລຍະສູງ.
ປີ້ຂອງເຫດການຈະໄດ້ແຈກໂດຍບໍ່ເສຍຄ່າໃຫ້ປະຊາຊົນ ແລະແຂກທ່ອງທ່ຽວຢູ່ທັງພາຍໃນ ແລະນອກແຂວງ. ຕາມແຜນການ, ຄະນະຈັດຕັ້ງລາຍການຈະແຈກປີ້ເຊີນອອນໄລ 25.000 ໃບ ໂດຍບໍ່ເສຍຄ່າຢູ່ເວັບໄຊ: https://quangninh.dangkyve.com.
ເຫດການ Concert Countdown 2026 ໂດຍທາງແຂວງກວາງນິງ ຫວັງວ່າຈະກາຍເປັນງານບຸນທີ່ມີຄວາມສີວິໄລ, ຟົດຟື້ນ, ປະກອບສ່ວນໂຄສະນາພາບພົດແຂວງກວາງນິງ ທີ່ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ເຊື່ອມໂຍງ - ແມ່ນສະຖານທີ່ທີ່ດຶງດູດໃຈຂອງການທ່ອງທ່ຽວ, ວັດທະນະທຳ ແລະບັນດາເຫດການລະດັບພາກພື້ນ, ລະດັບຊາດ, ສາກົນ.
ໂດຍ: ທູຈາງ