ວັນທີ 16 ທັນວາ, ບັນດານັກກິລາຫວຽດນາມ ຈະສືບຕໍ່ແຂ່ງຂັນກິລາຫຼາຍປະເພດຢູ່ SEA Games 33 ດ້ວຍຄວາມຫວັງ ຄວ້າໄດ້ຫຼາຍຫຼຽນຄຳຕື່ມອີກ. ພົ້ນເດັ່ນຂຶ້ນແມ່ນປະເພດແລ່ນ ແລະລານ ດ້ວຍ 9 ຊຸດຫຼຽນທີ່ໄດ້ຮັບໃນວັນທີ 16 ທັນວາ. ນອກຈາກນັ້ນ, ຄາດວ່າຄະນະນັກກິລາຫວຽດນາມ ຈະສາມາດຄວ້າໄດ້ຫຼຽນຄຳໃນກິລາປະເພດ: rowing, Esport, kickboxing, ເຕະກະຕໍ້, ຍົກນ້ຳໜັກ ຕີດາບ…

leftcenterrightdel
ພາບປະກອບ:  nhandan.vn

ກ່ອນໜ້ານັ້ນ, Wushu ແລະ ແລ່ນ ແລະລານ ແມ່ນ 2 ປະເພດກິລາທີ່ໄດ້ນຳມາ 5 ຫຼຽນຄຳໃຫ້ແກ່ຄະນະນັກກິລາຫວຽດນາມ ໃນການແຂ່ງຂັນວັນທີ 15 ທັນວາ.

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍ 40 ຫຼຽນຄຳ, 47 ຫຼຽນເງິນ, 70 ຫຼຽນທອງ.

ແຫຼ່ງຄັດຈາກ vovworld.vn