ພວກເຮົາເປັນໜຶ່ງດຽວ

ໃນຕອນຄໍ່າຂອງວັນທີ 9 ທັນວາ, ຖະໜົນທຸກໆສາຍຢູ່ບາງກອກ ເບິ່ງຄືວ່າ ຜູ້ຄົນທັງຫຼາຍໄດ້ມຸ່ງໜ້າໄປສູ່ສະໜາມກິລາ Rajamangala. ໃນສະໜາມກິລາ, ແຟນພັນແທ້ຫຼາຍສິບພັນຄົນໄດ້ລະດົມກຳລັງໃຈ, ສ້າງບັນຍາກາດທີ່ເບີກບານມ່ວນຊື່ນໃນພິທີ. ຄືດັ່ງຄຳໝັ້ນສັນຍາ, ພິທີເປີດ ຊີເກມ 33 ໄດ້ສ້າງງານສິລະປະທີ່ສະງ່າງາມ, ອະລັງການ, ເຕັມໄປດ້ວຍສີສັນວັດທະນະທໍາ.

ດ້ວຍສານທີ່ວ່າ "ພວກເຮົາເປັນໜຶ່ງດຽວ", ພິທີເປີດຊີເກມ 33 ໄດ້ເນັ້ນໜັກເຖິງຄວາມສາມັກຄີ ແລະຄວາມເຫັນດີເປັນເອກະພາບຂອງອາຊຽນ. ຈາກຄໍາວ່າ “ໜຶ່ງ” ທີ່ຢູ່ໃນສານນັ້ນ ໄດ້ຖ່າຍທອດ 3 ຄວາມໝາຍ: ນັ້ນແມ່ນໜຶ່ງຂອງຄວາມສາມັກຄີ, ແມ່ນນ້ຳເບີໜຶ່ງໃນການໄດ້ຮັບໄຊຊະນະ ແລະແມ່ນໜຶ່ງໃນການເລີ່ມຕົ້ນໃໝ່.

leftcenterrightdel
ຕາງໜ້າຄະນະນັກກິລາຫວຽດນາມ ເຂົ້້າຮ່ວມແຫ່ຂະບວນຢູ່ພິທີເປີດ ຊີເກມ 33. ພາບ: ຫວຽດອານ

ພິທີເປີດຊີເກມ 33 ໄດ້ເລີ່ມຕົ້ນດ້ວຍການພາຜູ້ຊົມກັບຄືນສູ່ຕົ້ນກຳເນີດຂອງຊີເກມ, ເມື່ອປະເທດໄທໄດ້ເປັນເຈົ້າພາບຈັດງານມະຫະກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທຳອິດໃນປີ 1959, ເຊິ່ງກໍໄດ້ຈັດຂຶ້ນຢູ່ບາງກອກນີ້. ໃນທ່າມກາງບັນຍາກາດຂອງພິທີເປີດ, ບົດເພງທີ່ມີຊື່ວ່າ "ຈຸດປະກາຍເກມ" ເປັນການຢືນຢັນຄືນໃໝ່ເຖິງເປົ້າໝາຍທີ່ໂລ່ງລ່ຽນຂອງຊີເກມ ໃນຕະຫຼອດໄລຍະ 66 ປີຜ່ານມາ: ເພີ່ມທະວີການຮ່ວມມື, ຄວາມເຂົ້າໃຈ ແລະນ້ຳໃຈມິດຕະພາບລະຫວ່າງບັນດາປະເທດໃນພາກພື້ນ.

ລາຍການສະແດງສິລະປະໄດ້ແບ່ງອອກເປັນ 5 ລາຍການສະແດງຫຼັກ, ແຕ່ລະລາຍການລ້ວນແຕ່ມີຈຸດເດັ່ນສະເພາະ, ລວມມີ: ໄລຍະທາງຊອກຫາຈຸດເລີ່ມຕົ້ນຊີແກມ, ປຸກລຸກຄວາມເມົາມົວແຂ່ງຂັນ, ຢັ້ງຢືນຄວາມຫຼາກຫຼາຍຂອງວັດທະນະທຳອາຊຽນ, ເຊີດຊູນ້ຳໃຈກິລາ ແລະຄຳທັກທາຍຂອງນ້ຳໃຈໄມຕີຈິດມິດຕະພາບ: “ພວກເຮົາເປັນໜຶ່ງດຽວ”.

ສະໜາມກິລາ Rajamangala ຄືກັບວ່າໄດ້ແປງຮ່າງກາຍເປັນທະເລ, ໃນລາຍການສະແດງ "ແມ່ນ້ຳແຫ່ງມິດຕະພາບ". ດ້ວຍການລົງທຶນຈັດສ້າງລາຍການຢ່າງພິຖິພິຖັນ, ລາຍການສະແດງລອຍນ້ຳສິລະປະ, ການສະແດງຂີ່ລົດຈັກກໍໄດ້ດໍາເນີນຢູ່ສະໜາມກິລາ. ລາຍການມີຄວາມໝາຍວ່າ: ແຕ່ລະປະເທດມີພື້ນຖານສີສັນວັດທະນະທຳທີ່ເປັນເອກະລັກອັນໜຶ່ງ, ແຕ່ເບິ່ງຄືວ່າ ທັງໝົດເຫຼົ່ານັ້ນ ໄດ້ລວມເຂົ້າກັນເປັນເອກະພາບໜຶ່ງດຽວພາຍໃຕ້ຊື່ອາຊຽນ.

ກ່າວຄຳປາໄສເປີດງານມະຫາກໍາກິລາ, ທ່ານ Anutin Charnvirakul ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ໄດ້ເນັ້ນໜັກວ່າ ປະເທດໄທ ເປັນກຽດທີ່ໄດ້ເປັນເຈົ້າພາບຈັດງານມະຫາກໍາກິລາຊີເກມ 33. ດ້ວຍນ້ຳໃຈສາມັກຄີຂອງ 11 ປະເທດອາຊີຕາເວັນອອກສ່ຽງໃຕ້, ພວກເຮົາຈະມານະພະຍາຍາມສ້າງງານມະຫາກໍາກິລາໃຫ້ເປັນໜ້າຈົດຈຳ ແລະມຸ່ງໄປເຖິງຜົນສໍາເລັດລວມ.

leftcenterrightdel
ລາຍການສະແດງສິລະປະຢູ່ພິທີເປີດຊີເກມ 33. ພາບ: ຫວຽດອານ

ຈັບມືກັນກ້າວໄປຂ້າງໜ້າ

ເປັນເວລາເກືອບໜຶ່ງອາທິດຜ່ານມາ, ບັນຍາກາດຂອງຊີເກມ 33 ໄດ້ປົກຄຸມໄປທົ່ວດິນແດນຂອງປະເທດໄທ ແລະໃນພາຫະນະສື່ມວນຊົນຂອງ 11 ປະເທດໃນພາກພື້ນ. ຈາກບາງກອກ ໄປຈົນເຖິງ ຊົນບູລີ ກິລາປະເພດບານເຕະ, ເບັດສະບອນ, ດອກປີກໄກ່... ໄດ້ດໍາເນີນໄປຢ່າງດຶງດູດໃຈ, ນຳເອົາຊ່ວງເວລາແຫ່ງໄຊຊະນະມາໃຫ້ ແລະກໍມີຄວາມເສຍໃຈ, ເສຍດາຍ.

ເຖິງແມ່ນວ່າຂະບວນການກະກຽມຊີເກມ 33 ຍັງມີຂໍ້ຈຳກັດບາງຢ່າງ, ຈາກສະພາບການນໍ້າຖ້ວມທີ່ສັບສົນຢູ່ພາກໃຕ້ຂອງປະເທດໄທ ໄດ້ເຮັດໃຫ້ແຜນການຈັດຕັ້ງການແຂ່ງຂັນກິລາຢູ່ແຂວງ Songkhla ຖືກຍົກເລີກ. ເຖິງຢ່າງໃດກໍ່ຕາມ, ປະເທດໄທ ຍັງສະແດງໃຫ້ເຫັນເຖິງຄວາມສາມາດໃນການຮັບມືກັບຊ່ວງເວລາທີ່ຫຍຸ້ງຍາກລຳບາກ, ກໍຄືການພິສູດໃຫ້ເຫັນລະບົບພື້ນຖານວັດຖຸທາງດ້ານກິລາຄົບວົງຈອນ, ເມື່ອຍົກຍ້າຍເອົາການແຂ່ງຂັນກິລາທັງໝົດຢູ່ Songkhla ໄປແຂ່ງຂັນຢູ່ ບາງກອກ.

ຍັງມີຂ່າວທີ່ວ່າປະເທດເຈົ້າພາບ ຈັດການແຂ່ງຂັນກິລາທີ່ເປັນປະໂຫຍດຕໍ່ຕົນເອງ, ຈັດສະຖານທີ່ຝຶກຊ້ອມ/ແຂ່ງຂັນທີ່ບໍ່ເອື້ອອຳນວຍໃຫ້ຄູ່ແຂ່ງ; ຍັງມີຂໍ້ສົງໄສວ່າ ຊີເກມ ເປັນ "ສະໜາມແຂ່ງຂັນລະດັບພາກພື້ນ", ແຕ່ກໍ່ແມ່ນການແຂ່ງຂັນລະດັບພາກພື້ນນີ້ເອງທີ່ມີນັກກິລາມາຈາກອາຊີຕາເວັນອອກສ່ຽງໃຕ້ຫຼາຍພັນຄົນໄດ້ສະແດງຄວາມສາມາດ, ບຳລຸງລໍ່ລ້ຽງຄວາມຝັນຂອງເຂົາເຈົ້າ ເພື່ອທີ່ຈະໄປແຂ່ງຂັນກິລາໃນລະດັບທະວີບ ແລະລະດັບໂລກ. ຍັງມີເວລາອີກແຕ່ 9 ເດືອນ, ງານມະຫະກຳກິລາອາຊີ  2026 ຈະຈັດຂຶ້ນຢູ່ປະເທດຍີ່ປຸ່ນ, ເຊິ່ງເປັນໄມ້ຫຼາວັດແທກການເຕີບໃຫຍ່, ບຸກທະລຸຂອງກິລາອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ອະດີດແຊ້ມນັກມວຍ Panipak Wongpattanakit — ແຊ້ມໂອລິມປິກເທັກຄວັນໂດສອງສະໄໝຕິດຕໍ່ກັນ - ຈູດທວນໄຟຊີເກມ 33. ພາບ: ຫວຽດອານ

ງານມະຫະກຳກິລາຊີເກມ 33 ໄດ້ດໍາເນີນໃນລະຫວ່າງວັນທີ 9 ຫາວັນທີ 20 ທັນວາ ຈັດຕັ້ງການແຂ່ງຂັນກິລາຢ່າງເປັນທາງການ 50 ປະເພດ ມີ 574 ລາຍການ. ຄະນະນັກກິລາຫວຽດນາມ ມີສະມາຊິກຫຼາຍກວ່າ 1.100 ຄົນ, ມີຄວາມມຸ່ງໝັ້ນ, ມີເຈດຈຳນົງ ແລະມີກຳລັງແຮງມາຈາກພາຍໃນເພື່ອເອົາຊະນະຂີດຈຳກັດຂອງຕົນເອງ, ສະແດງໃຫ້ເຫັນນ້ຳໃຈຫວຽດນາມ ໃນການແຂ່ງຂັນເພື່ອບັນລຸຜົນງານສູງສຸດ, ນຳເອົາກຽດສະຫງ່າງາມມາໃຫ້ປະເທດຊາດ.

ເມື່ອອະດີດແຊ້ມນັກມວຍ Panipak Wongpattanakit - ແຊ້ມໂອລິມປິກເທັກຄວັນໂດສອງສະໄໝຕິດຕໍ່ກັນ - ຈູດທວນໄຟຢູ່ສະໜາມກິລາ Rajamangala, ກໍ່ແມ່ນເວລາທີ່ກິລາອາຊີຕາເວັນອອກສ່ຽງໃຕ້ພ້ອມກັນມຸ່ງໄປທິດທາງດຽວກັນຂອງຄວາມໄວ້ເນື້ອເຊື່ອໃຈ, ຄວາມຄາດຫວັງ ແລະບຸກທະລຸ.

ໂດຍ: ໄຊນີດາ