ແຂວງ ກວາງນິງ ຈະຈັດຫຼາຍເຫດການວັດທະນະທຳເສັ້ນທາງມໍລະດົກຢູ່ ອຽນຕື ແລະ ເຫດການ countdown ສົ່ງທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ 2026 ຢູ່ ຮະລອງ.

leftcenterrightdel
ພາບປະກອບຈາກ vovworld.vn

ບັນດາເຫດການດັ່ງກ່າວຈະຈັດຂຶ້ນແຕ່ວັນທີ 18-22 ທັນວາ, ໃນນັ້ນມີພິທີມອບ - ຮັບໃບຢັ້ງຢືນເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ, ແມ່ນມໍລະດົກໂລກ (ສົມທົບກັບແຂວງ ບັກນິງ ແລະ ນະຄອນ ຫາຍຟ່ອງ). ທ່ານ ຫງວຽນຫວຽດຢຸງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ:

“ເນື່ອງໃນເຫດການນີ້, ແຂວງກວາງນິງ ໄດ້ຈັດສັບປະດາ ລວມມີຫຼາຍເຫດການເຊື່ອມຕໍ່ນຳກັນ, ຈາກວັດທະນະທຳ, ອາຫານການກິນ, ການຊອກຮູ້ກ່ຽວກັບພຸດທະສາສະໜາ ຈູກເລິມ. ລາຍການ concert ເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວພ້ອມກັນເຂົ້າຮ່ວມເຊື່ອມຕໍ່, ສໍາຜັດຕົວຈິງໃນບັນດາການເຄື່ອນໄຫວຢູ່ ກວາງນິງ”.

ພິທີມອບ - ຮັບໃບຢັ້ງຢືນເຂດປູຊະນີຍະສະຖານ ແລະທັດສະນີຍະພາບ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ, ແມ່ນມໍລະດົກໂລກ ຖືກຈັດຂຶ້ນໃນເວລາ 20 ໂມງຂອງວັນທີ 20 ທັນວາ, ຢູ່ເຂດປູຊະນີຍະສະຖານ ອຽນຕື. ພ້ອມກັນນັ້ນແມ່ນ Festival ອຽນຕື “ເສັ້ນທາງມໍລະດົກ, ສິ່ງຍອດຍິ່ງຂອງໂລກ”…

ເຫດການ countdown ສົ່ງທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ 2026 ຈະຈັດຂຶ້ນຢູ່ສະໜາມຫຼວງ 30/10, ຕາແສງ ຮະລອງ ໃນວັນທີ 31 ທັນວາ ແລະ ຄາດວ່າຈະດຶງດູດຜູ້ເຂົ້າຮ່ວມຂອງເກືອບ 50.000 ຄົນ.

ໂດຍ: ກວຽດເຕິມ