ກ່າວຄຳເຫັນທີ່ພິທີ, ທ່ານ ຮີ່ງກວຽດຖັ໋ງ, ປະທານສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ເນັ້ນໜັກວ່າ: 75 ປີຜ່ານມາ, ບຸນກາຣີ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມ, ຈາກໄລຍະສົງຄາມທີ່ຫຍຸ້ງຍາກລຳບາກຈົນເຖິງກິດຈະການສ້າງສາ ແລະພັດທະນາປະເທດຊາດ. ນັກສຶກສາ, ນັກຮຽນຮູ້ ແລະພະນັກງານເຕັກນິກຫວຽດນາມ ຫຼາຍພັນຄົນໄດ້ໄປຮ່ຳຮຽນ ແລະເຕີບໃຫຍ່ບຸນກາຣີ.

leftcenterrightdel
ທ່ານ Pavlin Todorov ເອກອັກຄະລັດຖະທູດ ບຸນກາຣີ ປະຈຳຫວຽດນາມ ກ່າວຄໍາເຫັນ. ພາບ: vov.vn

ທີ່ພິທີ, ທ່ານ Pavlin Todorov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ບຸນກາຣີ ປະຈຳຫວຽດນາມ ໄດ້ເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດບຸນກາຣີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນເດືອນຕຸລາ ປີ 2025. ໃນຂອບເຂດການຢ້ຽມຢາມ, ສອງປະເທດໄດ້ຍົກລະດັບການພົວພັນທາງການທູດ ຈາກການພົວພັນມິດຕະພາບທີ່ເປັນມູນເຊື້ອຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.

ທ່ານເອກອັກຄະລັດຖະທູດ ຕີລາຄາສູງບົດບາດຂອງສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ໃນການຮັກສາ ແລະຊຸກຍູ້ສາຍພົວພັນອັນດີງາມລະຫວ່າງສອງປະເທດ: “ຂ້າພະເຈົ້າຫວັງວ່າ ພວກເຮົາຈະພ້ອມກັນນຳພື້ນຖານວັດທະນະທຳຂອງສອງຊາດເຂົ້າໃກ້ກັນໃນຂົງເຂດສິລະປະ, ເປີດກ້ວາງການຮ່ວມມືລະຫວ່າງສອງປະເທດໃນຂົງເຂດວິທະຍາສາດ ແລະການສຶກສາ, ຍາດແຍ່ງເອົາການເຊື່ອມຈອດ ແລະຄວາມເຂົ້າໃຈທີ່ສະມາຄົມທີ່ມີ ເພື່ອສາມາດຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຢ້ຽມຢາມ ແລະເຮັດວຽກຂອງຊາວບຸນກາຣີ ແລະຫວຽດນາມ ທີ່ປາດຖະໜາຢາກມາຢ້ຽມຢາມປະເທດຂອງກັນ”.

leftcenterrightdel
ລາຍການສະແດງສິລະປະ ໂດຍສະມາຊິກໃນສະມາຄົມມິດຕະພາບຫວຽດນາມ-ບຸນກາຣີ ສະແດງ. ພາບ: vov.vn

ບັນດາຜູ້ແທນທີ່ເຂົ້າຮ່ວມລາຍການສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງຫວຽດນາມ ກັບບຸນກາຣີ ຈະສືບຕໍ່ພັດທະນາຢ່າງດີງາມ, ປະຊາຄົມຊາວຫວຽດນາມ ອາໄສຢູ່ບຸນກາຣີ ພ້ອມກັບຜູ້ທີ່ເຄີຍຮ່ຳຮຽນ ແລະເຮັດວຽກຢູ່ທີ່ນີ້ ຈະສືບຕໍ່ສວມບົບດາດເປັນຂົວຕໍ່ມິດຕະພາບ, ສະຕິປັນຍາ, ການຄ້າ ແລະການລົງທຶນລະຫວ່າງສອງປະເທດ.

ໂດຍ: ທູຈາງ