ນີ້ແມ່ນໜຶ່ງໃນບັນດາເຫດການປະຈໍາປີເພື່ອແນໃສ່ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ ແລະອາຫານການກິນລະຫວ່າງຫວຽດນາມ ກັບເພື່ອນມິດສາກົນ.

ດ້ວຍຫົວຂໍ້ "Trip of Flavors - ການເດີນທາງຂອງລົດຊາດໃນຫ້າທະວີບ", ງານບຸນບໍ່ພຽງແຕ່ເປັນໂອກາດທີ່ເຊີດຊຸ, ໂຄສະນາເຜີຍແຜ່ບັນດາຄຸນຄ່າທີ່ເປັນເອກະລັກຂອງວັດທະນະທຳອາຫານການກິນຂອງຫວຽດນາມ ແລະໂລກເທົ່ານັ້ນ, ຫາກຍັງເປັນກາລະໂອກາດເພື່ອຈະຊຸກຍູ້ການທູດດ້ານວັດທະນະທຳ, ເປີດກວ້າງການຮ່ວມມືສາກົນ ແລະແຜ່ຂະຫຍາຍຮູບພາບຂອງຫວຽດນາມ ທີ່ເປັນມິດ, ປະດິດສ້າງ ແລະເຊື່ອມໂຍງ.

leftcenterrightdel
ຄະນະຈັດຕັ້ງແບ່ງປັນຂໍ້ມູນກ່ຽວກັບງານບຸນວັດທະນະທໍາອາຫານການກິນສາກົນປີ 2025. ພາບ: qdnd.vn

ເຫດການປີນີ້ໄດ້ຮັບການກະກຽມຢ່າງລະອຽດ, ມີຂະໜາດເປີດກວ້າງ, ມີຮ້ານອາຫານການກິນເກືອບ 120 ຮ້ານທີ່ມາຈາກບັນດາອົງການຕາງໜ້າການທູດຕ່າງປະເທດ, ພະແນກການຕ່າງປະເທດທ້ອງຖິ່ນ ແລະບັນດາວິສາຫະກິດຫວຽດນາມ. ປີນີ້ກໍເປັນຄັ້ງທຳອິດທີ່ງານບຸນໄດ້ນຳໃຊ້ເຕັກໂນໂລຊີດີຈີຕອນດ້ວຍ "ມຸມແລກປ່ຽນດີຈີຕອນ" - ບ່ອນທີ່ຜູ້ຢ້ຽມຊົມສາມາດຊອກຫາຂໍ້ມູນຂອງໂຄງການ, ຊົມແຜນຮ່າງເຫດການ, ຊອກຮູ້ກ່ຽວກັບບັນດາເຍື່ອງອາຫານຂອງແຕ່ລະປະເທດ, ພ້ອມທັງເຂົ້າຮ່ວມໃນບັນດາການເຄື່ອນໄຫວນໍາໃຊ້ມັນຕິມີເດຍ ທີ່ທັນສະໄໝ.

ໂດຍ: ຈາງຫງວຽນ