ເຫດການດັ່ງກ່າວໂດຍຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ສົມທົບກັບກະຊວງກະສິກຳ ແລະສິ່ງແວດລ້ອມ ຈັດຕັ້ງໃນລະຫວ່າງວັນທີ 14-18 ພະຈິກ.

Festival ອະນຸລັກ ແລະພັດທະນາໝູ່ບ້ານອາຊີບສາກົນ 2025 ໄດ້ຈັດຂຶ້ນໂດຍການເຂົ້າຮ່ວມຂອງນາຍຊ່າງ, ນັກຊ່ຽວຊານ, ຜູ້ສ້າງສັນທີ່ມາຈາກ 30 ປະເທດ, ເຂດແຄວ້ນ. ສະຖານທີ່ວາງສະແດງໃນ festival ປີນີ້: ແນະນໍາໝູ່ບ້ານອາຊີບທີ່ບັນລຸມາດຕະຖານສາກົນ ແລະພາກພື້ນ; ແນະນຳໝູ່ບ້ານອາຊີບທີ່ເປັນເອກະລັກສະເພາະ, ພົ້ນເດັ່ນໃນທົ່ວປະເທດ ພ້ອມກັບກິດຈະກຳອື່ນໆອີກຫຼາຍຢ່າງທີ່ຈະຈັດຕັ້ງ, ຄື: ກອງປະຊຸມສົ່ງເສີມການຄ້າ ແລະການລົງທຶນ, ການແຂ່ງຂັນຜະລິດຕະພັນຫັດຖະກຳຫວຽດນາມ, ງານຕະຫຼາດນັດໝູ່ບ້ານອາຊີບ ແລະຜະລິດຕະພັນກະເສດສະບຽງອາຫານທີ່ປອດໄພຮ່າໂນ້ຍ.

leftcenterrightdel
ຮ້ານວາງສະແດງທີ່ Festival ອະນຸລັກ ແລະພັດທະນາໝູ່ບ້ານອາຊີບສາກົນ 2025. ພາບ: qdnd.vn

Festival ດັ່ງກ່າວຈັດຂຶ້ນເພື່ອແນໃສ່ອະນຸລັກ ແລະເສີມຂະຫຍາຍລັກສະນະສະເພາະ, ຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງປະເທດຊາດ; ຈາກນັ້ນສ້າງສະຕິຮັກສາ, ອະນຸລັກ ແລະພັດທະນາໝູ່ບ້ານອາຊີບ. Festival ດັ່ງກ່າວກໍ່ເພື່ອແນໃສ່ໂຄສະນາ ແລະແນະນຳຜະລິດຕະພັນໝູ່ບ້ານອາຊີບຂອງຮ່າໂນ້ຍ ໃຫ້ແກ່ປະຊາຄົມສາກົນ, ພ້ອມທັງເປັນກາລະໂອກາດທີ່ຊ່ວຍໃຫ້ນາຍຊ່າງພາຍໃນ ແລະຕ່າງປະເທດພົບປະແລກປ່ຽນ, ຮຽນຮູ້ເພື່ອເປີດກວ້າງຕະຫຼາດ, ຍົກສູງມູນຄ່າເສດຖະກິດຂອງຜະລິດຕະພັນຫັດຖະກຳພື້ນເມືອງ.

ໂດຍ: ຈາງຫງວຽນ