ຫໍພິພິທະພັນໂຮ່ຈີມິນ ຮັບເອົາເອກະສານ ແລະວັດຖຸພັນ ປີ 2025
ກປ.ອອນໄລ - ວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ຫໍພິພິທະພັນໂຮ່ຈີມິນ ໄດ້ຈັດຕັ້ງພິທີຮັບເອົາເອກະສານ, ວັດຖຸພັນ ປີ 2025.
ບັນດາເອກະສານ, ຮູບພາບ, ຮູບແຕ້ມກ່ຽວກັບປະທານໂຮ່ຈີມິນ ໂດຍ ຄອບຄົວອະດີດຮອງນາຍົກລັດຖະມົນຕີ ດັ້ງຫວຽດເຈົາ; ຄອບຄົວອະດີດລັດຖະມົນຕີກະຊວງສາທາລະນະສຸກ ຮ່ວາງຕິກຈີ໋; ຄອບຄົວຂອງນັກດົນຕີ ເຈິ່ນຮວ່ານ... ແລະ ບຸກຄົນ, ນັກສືບຄົ້ນ ແລະນັກແຕ້ມຈໍານວນໜຶ່ງ ມອບໃຫ້.
    |
 |
|
ຫໍພິພິທະພັນໂຮ່ຈີມິນ ຮັບເອົາເອກະສານ, ວັດຖຸພັນຈາກຜູ້ຕາງໜ້າຄອບຄົວອະດີດຮອງນາຍົກລັດຖະມົນຕີ ດັ້ງຫວຽດເຈົາ. ພາບ: ແຄ໊ງຮວ່ຽນ |
ເອກະສານ ແລະ ວັດຖຸພັນທີ່ມອບໃຫ້ຫໍພິພິທະພັນໂຮ່ຈີມິນ ລວມມີ: ຮູບຖ່າຍປະທານ ໂຮ່ຈີມິນ ກັບຜູ້ແທນ ແລະເຍົາວະຊົນຈຳນວນໜຶ່ງ ທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານຫວຽດນາມ, ແນວໂຮມລຽນ-ຫວຽດ ແລະຮ່ວມສໍາພັນ ຫວຽດນາມ - ກໍາປູເຈຍ - ລາວ, ຢູ່ຫວຽດບັກ, ວັນທີ 3 ມີນາ 1953; ຈົດໝາຍ, ສຳເນົາດຳລັດ, ເອກະສານຈຳນວນໜຶ່ງທີ່ສະແດງໃຫ້ເຫັນອາລົມຈິດ, ສາຍພົວພັນອັນສະໜິດສະໜົມລະຫວ່າງປະທານໂຮ່ຈີມິນ ແລະ ສະຫາຍ ດັ້ງຫວຽດເຈົາ. ຮູບຖ່າຍປະທານໂຮ່ຈີມິນ ກັບສະມາຊິກລັດຖະບານຈໍານວນໜຶ່ງ; ຮູບພາບກ່ຽວກັບການເຄື່ອນໄຫວຂອງລັດຖະມົນຕີກະຊວງສາທາລະນະສຸກ ຮວ່າງຕິກຈີ໋ ແລະພະນັກງານຂະແໜງການແພດຈຳນວນໜຶ່ງຢູ່ເຂດທີ່ໝັ້ນ ຫວຽດບັກ, ກ່ອນປີ 1954. ເອກະສານ ໂດຍຄອບຄົວຂອງນັກດົນຕີ ເຈີ່ນຮວ່ານ ມອບໃຫ້ ລວມມີ ໜັງສືໃບລານດົນຕີ ແລະ ເນື້ອເພງບາງເພງກ່ຽວກັບປະທານໂຮ່ຈີມິນ ແຕ່ງໂດຍນັກດົນຕີ ເຈີ່ນຮ່ວານ.
ໂດຍ: ທູຈາງ