ເລື່ອງ UNESCO ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ ໄດ້ຢັ້ງຢືນການຕີລາຄາສູງຂອງສາກົນສຳລັບຄຸນຄ່າວິທະຍາສາດ, ວັດທະນະທຳ, ການສຶກສາຂອງ ຫວຽດນາມ ຂອງນັກວັດທະນະທຳ ເລກຸຍໂດນ; ປະກອບສ່ວນໂຄສະນາ, ແນະນຳປະຫວັດສາດວັດທະນະທຳຂອງ ຫວຽດນາມ, ຂອງແຂວງ ຮຶງອຽນ.

leftcenterrightdel
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: VOV

ເລື່ອງ UNESCO ແລະ ບັນດາປະເທດສະມາຊິກຮັບຮອງເອົາມະຕິດັ່ງກ່າວ ພ້ອມກັນເຊີດຊູບັນດານັກວັດທະນະທຳ ຫວຽດນາມ ໄດ້ເປັນການຮັບຮູ້ຂອງທົ່ວໂລກສຳລັບບັນດາອຸດົມການກ່ຽວກັບສັນຕິພາບ, ຄວາມສະເໝີພາບຍຸຕິທຳໃນສັງຄົມ, ການສຶກສາຕະຫຼອດຊີວິດ ເຊິ່ງ ຫວຽດນາມ ພ້ອມກັນແບ່ງປັນກັບໂລກ, ສອດຄ່ອງກັບບັນດາເປົ້າໝາຍລວມຂອງອົງການ ແລະຄວາມງາມໃຈຈິດໃຈ, ພູມປັນຍາຂອງຊາວ ຫວຽດນາມ.

ເລກຸຍໂດນແມ່ນເຈົ້າອາມາດໃຫຍ່ຂອງສະໄໝເຈົ້າຊີວິດ ເລຈູງຮຶງ, ແມ່ນນັກວັດທະນະທຳ, ນັກກະວີ ແລະ ໄດ້ຮັບຂະໜານນາມວ່າ ແມ່ນນັກປາດໃຫຍ່ຂອງ ຫວຽດນາມ ໃນສະໄໝສັກດິນາ.

ໂດຍ: ກວຽດເຕິມ