leftcenterrightdel
ພາບປະກອບຄັດຈາກ nhandan.vn

ວັນວັດທະນະທຳສິລະປະສາກົນຢູ່ຮ່າໂນ້ຍ ໄດ້ຮັບການຈັດຕັ້ງເພື່ອແນໃສ່ສ້າງກິດຈະກຳການທູດວັດທະນະທຳແຕ່ລະປີທີ່ມີລະດັບສາກົນ, ຖື “ວັດທະນະທຳເປັນພື້ນຖານ-ສິລະປະເປັນພາຫະນະ” ເພື່ອເຊື່ອມຕໍ່ກັບບັນດາປະເທດ; ຜ່ານນັ້ນ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ; ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງ ຫວຽດນາມ ແລະປະຊາຄົມສາກົນ. ຜ່ານບັນດາການເຄື່ອນໄຫວ, ງານວາງສະແດງ, ກອງປະຊຸມສຳມະນາ, ງານຕະຫຼາດນັດ, ວັດທະນະທຳ-ທ່ອງທ່ຽວ-ເຕັກໂນໂລຊີ ໄດ້ຮັບການສົມທົບກັນຢ່າງມີຫົວຄິດປະດິດສ້າງ, ຜ່ານນັ້ນໄດ້ແນະນຳຜືນແຜ່ນດິນ ແລະຊາວຮ່າໂນ້ຍ ອະລິຍະທຳນັບພັນປີ; ພາບພົດຂອງຫວຽດນາມ ເປີດອົກເປີດໃຈ, ສະໜິດສະໜົມ, ມີຄວາມຫຼາກຫຼາຍດ້ານວັດທະນະທຳ ແລະເຄົາລົບຄວາມແຕກຕ່າງ ກໍ່ຄືແນະນໍາວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດໃຫ້ແກ່ປະຊາຊົນນະຄອນຫຼວງເວົ້າສະເພາະ ແລະໃນທົ່ວປະເທດເວົ້າລວມ.

ໂດຍ: ຈາງຫງວຽນ