ສວນອຸທິຍານທໍລະນີສາດທົ່ວໂລກ UNESCO ດິນແດນ ກາວບັ່ງ ແມ່ນຮູບແບບເຄື່ອນໄຫວຢ່າງມີປະສິດທິຜົນ
ໃນຂອບເຂດກອງປະຊຸມສາກົນ ຄັ້ງທີ 11 ຂອງຕາໜ່າງສວນອຸທິຍານທໍລະນີສາດທົ່ວໂລກ ອົງການສຶກສາ - ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) (GGN) ໄດ້ດຳເນີນຢູ່ສວນອຸທິຍານທໍລະນີສາດທົ່ວໂລກ UNESCO Ktutralkura, ສ. ຈີເລ ແຕ່ວັນທີ 5 -15 ກັນຍາ, ສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ແມ່ນ 1 ໃນ 5 ສວນອຸທິຍານທໍລະນີສາດໃນໂລກທີ່ໄດ້ຮັບລາງວັນ “ຮູບແບບເຄື່ອນໄຫວຢ່າງມີປະສິດທິຜົນຂອງຕາໜ່າງສວນອຸທິຍານທໍລະນີສາດທົ່ວໂລກ UNESCO”.
    |
 |
ສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ແມ່ນສະຖານທີ່ທ່ອງທ່ຽວດຶງດູດ, ປະກອບສ່ວນໂຄສະນາເຜີຍແຜ່າພາບພົດປະເທດ ແລະຊາວຫວຽດນາມ ເຖິງເພື່ອນມິດສາກົນ. ພາບ: vov.vn |
ເຂົ້າຮ່ວມກອງປະຊຸມ GGN ຄັ້ງນີ້, ຜູ້ຕາງໜ້າສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ໄດ້ແບ່ງປັນບົດຮຽນປະສົບການໃນວິວັດການສ້າງສາ ແລະ ພັດທະນາພ້ອມທັງຮັບເອົາບັນດາຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນຈາກຫຼາຍປະເທດ.
ໃນໂອກາດນີ້ ຂວງກາວບັ່ງ ຍັງກໍ່ສ້າງເຂດວາງສະແດງວັດທະນະທຳສວນອຸທິຍານທໍລະນີສາດ ເພື່ອແນະນຳກັບເພື່ອນມິດສາກົນບັນດາຄຸນຄ່າອັນພົ້ນເດັ່ນກ່ຽວກັບມໍລະດົກທໍລະນີສາດ, ວັດທະນະທຳ, ປະຫວັດສາດ, ທິວທັດທຳມະຊາດຂອງແຂວງກາວບັ່ງ. ແນະນຳ 4 ຕົວທ່ອງທ່ຽວສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ພ້ອມກັບຜະລິດຕະພັນຫັດຖະກຳພື້ນເມືອງຂອງທ້ອງຖິ່ນ. ບັນດາການເຄື່ອນໄຫວເພື່ອແນໃສ່ແຜ່ຂະຫຍາຍພາບພົດຂອງແຂວງກາວບັ່ງ ທີ່ເຂັ້ມຂຸນໄປດ້ວຍສີສັນ, ພ້ອມທັງເປີດກາລະໂອກາດຮ່ວມມື ແລະແລກປ່ຽນບົດຮຽນປະສົບການໃນການຄຸ້ມຄອງ, ການທໍາງານ ແລະກໍ່ສ້າງສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ຕາມມາດຖານຂອງ UNESCO ຈາກບັນດາຮູບແບບທີ່ປະສົບຜົນສຳເລັດໃນໂລກ.
ລາງວັນຄັ້ງນີ້ ໄດ້ຢັ້ງຢືນທີ່ຕັ້ງ ແລະອິດທິພົນຊື່ສຽງຂອງສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ພ້ອມທັງແມ່ນກຳລັງໜູນເພື່ອໃຫ້ແຂວງກາວບັ່ງ ສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງຮູບແບບນີ້, ຕິດພັນການອະນຸລັກຮັກສາມໍລະດົກ ກັບການພັດທະນາເສດຖະກິດ - ສັງຄົມ.
ໂດຍ: ທູຈາງ