ສາຍຮູບເງົາ ຝົນແດງ ໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະນັກຮົບເກົ່າ ຊົມ ທີ່ນະຄອນໂຮ່ຈີມິນ
ຕອນບ່າຍວັນທີ 14 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ ຈັດການສາຍຮູບເງົາຮອບພິເສດ ຮູບເງົາ “ຝົນແດງ” ໃຫ້ແກ່ຜູ້ຊົມພິເສດ ນັ້ນແມ່ນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະນັກຮົບເກົ່າ.
ຮູບເງົາ ກ່ຽວກັບ 81 ວັນ ແລະຄືນ ປົກປ້ອງກຳແພງເກົ່າ ກວ໋າງຈິ - ຝົນແດງ ໄດ້ເຮັດໃຫ້ບັນດາຄວາມຊົງຈຳກ່ຽວກັບສົງຄາມກັບຄືນມາ, ເພື່ອໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ນັກຮົບເກົ່າ ແລະລຸ້ນຄົນໃນປັດຈຸບັນ ພ້ອມກັນແບ່ງປັນ, ສະແດງຄວາມຮູ້ບຸນຄຸນ ແລະສືບຕໍ່ຄວາມມຸ່ງຫວັງແຫ່ງສັນຕິພາບ. ຕອນບ່າຍວັນທີ 14 ກັນຍາ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນໂຮ່ຈີມິນ ໄດ້ສົມທົບກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ ຈັດການສາຍຮູບເງົາຮອບພິເສດ ຮູບເງົາ “ຝົນແດງ” ໃຫ້ແກ່ຜູ້ຊົມພິເສດ ນັ້ນແມ່ນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະນັກຮົບເກົ່າ.
ຮູບເງົາໄດ້ວາດຄືນພາບບັນດານັກຮົບໜຸ່ມ, ສ່ວນຫຼາຍແມ່ນນັກຮຽນ, ນັກສຶກສາທີ່ໄດ້ອາສາສະໝັກອອກເດີນທາງໄປຄຕໍ່ສູ້ສັດຕູ ດ້ວຍຈິດໃຈຮັກຊາດເປັນທີ່ສຸດ. ນີ້ແມ່ນສານທີ່ມີຄວາມໝາຍທີ່ສຸດໄດ້ສົ່ງໄປຍັງໄວໜຸ່ມໃນມື້ນີ້. ນັກຮົບເກົ່າ ຫງວຽນເລແທັງ, ຜູ້ທີ່ເຄີຍຕໍ່ສູ້ຢູ່ສະໜົມຮົບເຂດຊາຍແດນ ໄຕນາມ, ຕື້ນຕັນໃຈເມື່ອເບິ່ງຮູບເງົາຫວນຄືນແລ້ວຄິດເຖິງ ເພື່ອນຮ່ວມກົມກອງເກົ່າ ແບ່ງປັນວ່າ:
ຜ່ານຮູບເງົາ ຝົນແດງ, ຂ້າພະເຈົ້າ ເຫັນວ່າມ່ວນຫຼາຍ, ເປັນຕົ້ນແມ່ນນ້ຳໃຈສະຫາຍ. ເພື່ອນຮ່ວມກົມກອງຂອງຂ້າພະເຈົ້າ ໃນມື້ນັ້ນ ກໍ່ເສຍສະຫຼະຊີວິດຫຼາຍຄົນ. ຂ້າພະເຈົ້າ ຢູ່ໃນຂຸມຄອງສູ້ຮົບຕະຫຼອດ 25 ວັນແລະຄືນ, ບໍ່ອາບນ້ຳລ້າງໂຕ, ຕ້ອງຕາກແດດຕາກຝົນ, ພ້ອມກັບອ້າຍນ້ອງແບ່ງກັນກິນເຂົ້າໜົມຮ່ຳຄົນລະປ່ຽງ, ເຂົ້າປັ້ນປົນກັບດິນແດງ… ປັດຈຸບັນ ໄດ້ດຳລົງຊີວິດທ່າມກາງສັນຕິພາບ, ພວກເຮົາ ແຕ່ລະຄົນຕ້ອງສາມັກຄີກັນເພື່ອສ້າງປະເທດຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ.
ແຫຼ່ງຄັດຈາກ vovworld.vn