ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນປະຕິວັດເດືອນສິງຫາ ແລະ ວັນຊາດ ທີ 2 ກັນຍາ, ຕອນຄ່ຳວັນທີ 15 ສິງຫາ ຢູ່ສະໜາມຫຼວງປະຕິວັດເດືອນສິງຫາ, ໄດ້ດຳເນີນລາຍການສະແດງສິລະປະພິເສດ ຮ່າໂນ້ຍ ຈາກລະດູໃບໄມ້ຫຼົ່ນປະຫວັດສາດປີ 1945. ເຂົ້າຮ່ວມລາຍການມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ສູນກາງ ຫງວຽນຈ້ອງເຫງ້ຍ.

leftcenterrightdel
ທ່ານ ເຈິ່ນຊີແທັງ ປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ  ກ່າວຄຳເຫັນທີ່ພິທີ. ພາບ: VOV

ຢູ່ທີ່ລາຍການ, ທ່ານ ເຈິ່ນຊີແທັງ ປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໄດ້ຢັ້ງຢືນວ່າ ຜ່ານໄລຍະ 80ປີ, ຮ່າໂນ້ຍໃນປັດຈຸບັນ ບໍ່ພຽງແຕ່ແມ່ນສູນການເມືອງ, ການປົກຄອງແຫ່ງຊາດ, ຫົວໃຈຂອງທົ່ວປະເທດເທົ່ານັ້ນ ຫາກຍັງແມ່ນສູນກາງໃຫຍ່ກ່ຽວກັບເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ການເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ. ນັ້ນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນເຈດຈຳນົງ, ຄວາມຕັດສິນໃຈ ແລະ ແງ່ຫວັງບືນຕົວຂຶ້ນຢ່າງແຮງຂອງນະຄອນຫຼວງຮ່າໂນ້ຍ. ທ່ານໃຫ້ຮູ້ວ່າ:

ລາຍການສະແດງສິລະປະພິເສດຮ່າໂນ້ຍ ຈາກລະດູໃບໄມ້ຫຼົ່ນປະຫວັດສາດ ປີ 1945 ໄດ້ຈັດຂຶ້ນຢູ່ສະໜາມຫຼວງປະຕິວັດເດືອນສິງຫາ ເຊິ່ງແມ່ນສະຖານທີ່ເກັບກຳເຫດການປະຕິວັດສຳຄັນຍິ່ງ, ເຊີດຊູນ້ຳໃຈຮັກຊາດ, ຈິດໃຈປະຕິວັດ, ຄວາມເອກອ້າງທະນົງໃຈແຫ່ງຊາດ. ນີ້ບໍພຽງແຕ່ຢ້ຳຄືນກ່ຽວກັບປະຫວັດສາດອົງອາດກ້າຫານຂອງຊາດ ຫວຽດນາມ ນັບແຕ່ການປະຕິວັດເດືອນສິງຫາລະດູໃບໄມ້ຫຼົ່ນປີ 1945 ເທົ່ານັ້ນຫາກຍັງແຜ່ກະຈາຍສານຢ່າງແຮງກ່ຽວກັບແນວຄິດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທົ່ວທັງຊາດອີກດ້ວຍ.

ໂດຍ: ກວຽດເຕິມ