VDFS ແມ່ນເວທີເດີນແບບເປັນມືອາຊີບສຳລັບຄົນພິການທຳອິດຂອງຫວຽດນາມ, ສ້າງຂີດໝາຍພິເສດໃນວິວັດການເຊີດຊູຄວາມງາມຂອງເຈດຈຳນົງ ແລະມານະຈິດຂອງຄົນພິການ. ໂຄງການດັ່ງກ່າວໄດ້ປະກອບສ່ວນຊຸກຍູູ້ຄົນພິການເຊື່ອມຕົວເຂົ້າກັບຊີວິດທາງດ້ານວັດທະນະທຳ, ສິລະປະ ແລະ ສັງຄົມ, ແມ່ນເວທີສ່ອງແສງຄວາມງາມທີ່ຊ້ອນເລິກໃນຕົວແຕ່ລະຄົນ.

leftcenterrightdel
ນາງແບບພິການສະແດງບົນເວທີ. ພາບ: vov.vn

ເຫດການແຟຊັນພິເສດສະເພາະຄັ້ງທຳອິດ ໄດ້ຮັບການຈັດຂຶ້ນຢູ່ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງນາງແບບພິການ 54 ຄົນ ທີ່ມາຈາກຫຼາຍເຂດພາກໃນທົ່ວປະເທດ. ລາຍການດັ່ງກ່າວມຸ່ງເຖິງເປົ້າໝາຍເຊີດຊູຄວາມງາມທີ່ຫຼາກຫຼາຍຂອງຄົນເຮົາ, ແຜ່ຂະຫຍາຍຄຸນຄ່າມະນຸດຊາດ, ຊຸກຍູ້ຄວາມສະເໝີພາບ ແລະເຊື່ອມຕົວເຂົ້າກັບສັງຄົມ.

ແຫຼ່ງຄັດຈາກ vovworld.vn