ແບບໂລໂກ້ຂອງກິດຈະກຳສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ
ກປ.ອອນໄລ - ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໄດ້ຕົກລົງນຳໃຊ້ແບບໂລໂກ້ຂອງນັກແຕ້ມ ໂຕມິງຈາງ (ຮ່າໂນ້ຍ) ເພື່ອນຳໃຊ້ຢ່າງເປັນທາງການໃນການເຄື່ອນໄຫວໂຄສະນາເຜີຍແຜ່ສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ.
    |
 |
ແບບໂລໂກ້ຢ່າງເປັນທາງການໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ. |
ໂລໂກ້ ໄດ້ອອກແບບໂດຍໃຊ້ຮູບພາບປະທານ ໂຮ່ຈີມິນ ອ່ານຖະແຫຼງການເອກະລາດ ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນວັນທີ 2 ກັນຍາ 1945 ຢູ່ສະໜາມຫຼວງ ບາດິ່ງ ປະຫວັດສາດ.
ໂລໂກ້ ມີສີແດງ, ສະແດງໃຫ້ເຫັນເຖິງມູນເຊື້ອຮັກຊາດຂອງຊາດຫວຽດນາມ ຜ່ານຫຼາຍພັນປີແຫ່ງການສ້າງສາ ແລະປົກປັກຮັກສາປະເທດ, ສີແດງແມ່ນສີທຸງຊາດອັນສັກກະລະບູຊາ, ສີແຫ່ງນໍ້າໃຈຕໍ່ສູ້ອັນພິລະອາດຫານ, ສີແຫ່ງເຈດຈຳນົງກ່ຽວກັບຄວາມປາດຖະໜາຢາກມີເອກະລາດ ແລະເສລີພາບ.
ພື້ນໂລໂກ້ ແມ່ນທຸງສີແດງດາວເຫຼືອງທີ່ພວມປິວສະບັດ, ຕົວເລກ 80 ແມ່ນສະແດງໃຫ້ເຫັນຄວາມໝາຍ 80 ປີແຫ່ງການເດີນທາງອັນສະຫງ່າລາສີ, ຄວາມເອກອ້າງທະນົງໃຈ ແລະການພັດທະນາຂອງປະເທດ, ກ້າວເຂົ້າສູ່ຍຸກໃໝ່ - ຍຸກແຫ່ງການບືນຕົວຂຶ້ນຂອງຊາດຢ່າງໝັ້ນຄົງ.
ແບບໂລໂກ້ນີ້ ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວອະນຸມັດຜ່ານ ຈະຖືກນໍາໄປໃຊ້ຢ່າງເປັນທາງການໃນການເຄື່ອນໄຫວໂຄສະນາເຜີຍ ແຜ່ສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ. ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ສະເໜີໃຫ້ອົງການຈັດຕັ້ງ ແລະບຸກຄົນນໍາໃຊ້ໂລໂກ້ນີ້ໃຫ້ຖືກຕາມການອອກແບບ ເພື່ອຮັບປະກັນຄວາມຖືກຕ້ອງ ແລະເປັນເອກະພາບ.
ໂດຍ: ໄຊຊະນະ