ດ້ວຍບັນດາລາຍການສະແດງສິລະປະໄດ້ຮັບການສ້າງຂຶ້ນຢ່າງອຸດົມສົມບູນ, ຕາມຈິດໃຈຂອງບົດເພງ, ດ້ວຍລາຍການສະແດງດົນຕີ, ບົດກະວີ, ຟ້ອນ, ໃນນັ້ນມີລາຍການ: ຟ້ອນ, ຮ້ອງເພງ (ເປັນພາສາຫວຽດ ແລະພາສາລັດເຊຍ), ລາຍການສະແດງຊຸດເສື້ອຍາວ ແລະລາຍການສະແດງສິລະປະພື້ນເມືອງ, ຄື: ຊໍາ, ຈ່າວ... ໂດຍມີການສະແດງຂອງນັກສິລະປິນທີ່ມີຊື່ສຽງຂອງຫວຽດນາມ. ຜູ້ຊົມເປັນຈຳນວນຫຼວງຫຼາຍ, ພໍ່ແມ່ປະຊາຊົນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ແລະເພື່ອນມິດລັດເຊຍ ມາຊົມລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງຫວຽດນາມ.

leftcenterrightdel
ລາຍການພົບປະແລກປ່ຽນວັດທະນະທຳ ແລະສະແດງສິລະປະທີ່ມີຊື່ວ່າ “ບົດເພງມິດຕະພາບຫວຽດນາມ - ລັດເຊຍ”. ພາບ: ສໍານັກຂ່າວສານຫວຽດາມ

ກ່າວຄຳເຫັນນະທີ່ນີ້, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລັດເຊຍ ໃຫ້ຮູ້ວ່າ ລາຍການດັ່ງກ່າວແມ່ນກິດຈະກຳດ້ານການທູດວັດທະນະທຳທີ່ສຳຄັນ, ປະກອບສ່ວນໂຄສະນາພາບພົດ, ມູນເຊື້ອ ແລະວັດທະນະທຳຂອງຫວຽດນາມ ເຖິງເພື່ອນມິດລັດເຊຍ ແລະສາກົນ. ໃນໄລຍະຈະມາເຖິງ, ຈະມີການເຄື່ອນໄຫວພົບປະແລກປ່ຽນ ແລະໂຄສະນາວັດທະນະທຳອື່ນໆລະຫວ່າງສອງປະເທດ.

ໂດຍ: ທູຈາງ