leftcenterrightdel
ພາບປະກອບຈາກ vov.vn

ວັນທີ 5 ສິງຫາ, ທັບນັກກິລາທຳອິດຂອງກິລາ ຫວຽດນາມ ໄດ້ເດີນທາງໄປຍັງ  ເສິງຕູ, ປະເທດຈີນ, ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນໃນງານມະຫາກຳກິລາ World Games 2025 ທີ່ຈະເລີ່ມແຂ່ງຂັນແຕ່ວັນທີ 7 ສິງຫາ. 

World Games ແມ່ນງານມະຫາກຳກິລາໂລກດ້ວຍກິລາປະເພດຕ່າງໆ ໂດຍບໍ່ນອນໃນລາຍການແຂ່ງຂັນ Olympic. ງານມະຫາກຳກິລາປີນີ້ ປະກອບດ້ວຍ 253 ເນື້ອໃນຂອງກິລາ 34 ປະເພດ, ຫວຽດນາມ ມີນັກກິລາ 25 ຄົນ ເຂົ້າຮ່ວມການແຂ່ງຂັນໃນ 7 ປະເພດກິລາ, ເຊັ່ນ: ວູຊູ, ກິກບອກຊິງ, ມວຍ, ແອໂຣບິກ, ບີລຽດ, ເປຕັງ, ບານຫາດຊາຍທະເລ. ໃນຈຳນວນດັ່ງກ່າວ, ມີ ທ້າວ ເຈິ່ນຢຸຍເຍິດ ນັກກິລາມວຍ ແລະ ນາງ ເຢືອງຖຸຍວີ  ນັກກິລາ ວູຊູ ເຄີຍຍາດໄດ້ຫຼຽນຄຳໃນງານມະຫາກຳກິລາ World Games ຄັ້ງຫຼ້າສຸດ ທີ່ຈັດຂຶ້ນເມື່ອປີ 2022.

ໂດຍ: ກວຽດເຕິມ