ທີມບານເຕະ U23 ຫວຽດນາມ ຊີງແຊັມ ອາຊີຕາເວັນອອກສ່ຽງໃຕ້ 3 ຄັ້ງຢ່າງລຽນຕິດ
ກປ.ອອນໄລ - ທີມບານເຕະ U23 ຫວຽດນາມ ໄດ້ກາຍເປັນທີມບານເຕະຊາຍທຳອິດທີ່ຊິງແຊັມ ອາຊີຕາເວັນອອກສ່ຽງໃຕ້ ເປັນ 3 ຄັ້ງລຽນຕິດ, ພາຍຫຼັງທີ່ເອົາຊະນະຕໍ່ທີມຊາດ U23 ອິນໂດເນເຊຍ 1 ປະຕູຕໍ່ 0.
ທີມບານເຕະ U23 ຫວຽດນາມ ໄດ້ກາຍເປັນທີມບານເຕະຊາຍທຳອິດທີ່ຊິງແຊັມ ອາຊີຕາເວັນອອກສ່ຽງໃຕ້ ເປັນ 3 ຄັ້ງລຽນຕິດ, ພາຍຫຼັງທີ່ເອົາຊະນະຕໍ່ທິມຊາດ U23 ອິນໂດເນເຊຍ 1 ປະຕູຕໍ່ 0, ໃນຮອບຊິງຊະນະເລີດໃນຕອນຄ່ຳວັນທີ 29 ກໍລະກົດ, ຢູ່ເດີນ Gelora Bung Karno, ອິນໂດເນເຊຍ.
    |
 |
ໄຊຊະນະຂອງທີມບານເຕະ U23 ຫວຽດນາມ ສືບຕໍ່ຢັ້ງຢືນທີ່ຕັ້ງນຳໜ້າຂອງຖັນແຖວນັກກິລາບານເຕະໜຸ່ມ ຫວຽດນາມ ໃນພາກພື້ນ. ພາບ: AFF |
ຄວາມເບີກບານໃຈເພີ່ມຂຶ້ນທົບ 2 ເທົ່າເມື່ອກອງໜ້າ ຫງວຽນດິ່ງບັກ ກາຍເປັນນັກກິລາຄົນທຳອິດຂອງ ຫວຽດນາມ ທີ່ຍາດໄດ້ລາງວັນນັກເຕະດີເດັ່ນທີ່ສຸດໃນປະຫວັດສາດການແຂ່ງຂັນ U23 ອາຊີຕາເວັນອອກສ່ຽງໃຕ້.
ໃນຈົດໝາຍຊົມເຊີຍໄຊຊະນະຂອງທີມບານເຕະຫວຽດນາມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ໄຊຊະນະນີ້ສືບຕໍ່ຢັ້ງຢືນທີ່ຕັ້ງນຳໜ້າຂອງຖັນແຖວນັກກິລາບານເຕະໜຸ່ມຫວຽດນາມ ໃນພາກພື້ນ, ພ້ອມທັງແມ່ນສັນຍາລັກໃຫ້ແກ່ເຈດຈຳນົງບືນຕົວຂຶ້ນ, ມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງໄວໜຸ່ມ ຫວຽດນາມ - ລຸ້ນສືບຕໍ່ປະຕິບັດຄວາມຝັນບືນຕົວຂຶ້ນສູ່ເວທີລະດັບທະວີບ ແລະໂລກ.
ໂດຍ: ກວຽດເຕິມ