ວັນທີ 26 ກໍລະກົດ, ກະຊວງການສຶກສາ ແລະ ບຳລຸງສ້າງໃຫ້ຮູ້ວ່າ ທິມຊາດ ຫວຽດນາມ ເຂົ້າຮ່ວມການເສັງ Olympic ຊີວະສາດສາກົນ (IBO) ປີ 2025 ທີຈັດຂຶ້ນຢູ່ ຟີລິບປິນ ມີນັກຮຽນ 4  ຄົນລ້ວນແຕ່ຄ້ວາໄດ້ລາງວັນດ້ວຍຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະຫຼຽນທອງ 1 ຫຼຽນ.

ຜົນງານນີ້ໄດ້ນຳທິມຊາດ ຫວຽດນາມ ນອນໃນກຸ່ມ 10 ປະເທດມີຄະແນນລວມທົ່ວຄະນະສູງທີ່ສຸດ. ພ້ອມທັງປະກອບສ່ວນສືບຕໍ່ບັນດາໝາກຜົນທີ່ເປັນໜ້າປະທັບໃຈຢູ່ບັນດາການເສັງ Olympic ສາກົນໃນປີເວົ້າສະເພາະ ແລະໃນຊຸມປີມໍ່ໆມານີ້ເວົ້າລວມ. ການເສັງ Olympic ຊີວະສາດສາກົນຄັ້ງທີ  36 ໄດ້ຈັດຂຶ້ນຢູ່ ຟີລິບປິນ ແຕ່ວັນທີ  19/7-27/7/2025 ດ້ວຍການເຂົ້າຮ່ວມຂອງ 81 ຄະນະທີ່ມາຈາກ 81 ປະເທດ ແລະເຂດແຄ້ວນ (ໃນນັ້ນມີຄະນະສັງເກດການ 3 ຄະນະ), ພ້ອມກັບນັກເຂົ້າຮ່ວມການເສັງ 298 ຄົນ.

ແຫຼ່ງຄັດຈາກ: vovworld.vn