ທີມຍິງບັ້ງໄຟດອກຂອງ ຈີນ ຊີງແຊັມໃນເທດສະການຍິງບັ້ງໄຟດອກສາກົນ ດ່ານັ້ງ DIFF ປີ 2025
ກປ.ອອນໄລ - ທີມຍິງບັ້ງໄຟດອກ Jiangxi Yangfeng ຂອງ ຈີນ ຍາດໄດ້ແຊັມໃນການແຂ່ງຂັນຊະນະເລີດຂອງເທດສະການຍິງບັ້ງໄຟດອກສາກົນ ດ່ານັ້ງ DIFF ປີ 2025, ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 12 ກໍລະກົດ ຢູ່ນະຄອນ ດ່ານັ້ງ.