ງານວາງສະແດງທີ່ດຶງດູດໃຈ “ໄວໜຸ່ມກັບທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ຢູ່ນະຄອນດ່າໜັງ
ກປ.ອອນໄລ - ວັນທີ 11 ມີນາ, ຢູ່ນະຄອນດ່າໜັງ, ທະຫານເຮືອເຂດ 3 ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນດ່າໜັງ ແລະຫໍວາງສະແດງ ຮວ່າງຊາ ເປີດງານວາງສະແດງເອກະສານ ແລະຮູບພາບດ້ວຍຫົວຂໍ້ “ໄວໜຸ່ມກັບທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ສົມທົບກັບການໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະຢູ່ມະຫາວິທະຍາໄລເຕັກນິກການແພດ ແລະການຢາດ່າໜັງ.