ງານມະຫາກຳຮູບເງົາມີທັງໝົດ 14 ລາງວັນ ໂດຍໄດ້ແບ່ງອອກເປັນ 2 ປະເພດລາງວັນດັ່ງນີ້: ປະເພດລາງວັນຮູບເງົາອາຊີ ໂດຍຄະນະກຳມະການຮູບເງົາ ອາຊີ ໃຫ້ຄະແນນ. ສຳລັບປະເພດລາລາງວັນຮູບເງົາ ຫວຽດນາມ ໂດຍຄະນະກຳມະການຟີມຮູບເງົາ ຫວຽດນາມ ໃຫ້ຄະແນນ. ພ້ອມດຽວກັນນັ້ນ, ແມ່ນລາງວັນ NETPAC ສຳລັບຮູບເງົາ ຫວຽດນາມ ດີເດັ່ນໂດຍຄະນະກໍາມະການ NETPAC ໃຫ້ຄະແນນ.

leftcenterrightdel
ພິທີມອບລາງວັນ. ພາບ: toquoc.vn

ໝາກຜົນແມ່ນ, ຄະນະຈັດຕັ້ງງານມະຫາກຳຮູບເງົາ ມອບລາງວັນໃຫ້ຮູບເງົາ ຫວຽດນາມ ທີ່ນິຍົມທີ່ສຸດແມ່ນ ໄດ້ແກ່ ຊຸດຮູບເງົາກະຕຸນ. ລາງວັນ NETPAC ສຳລັບຮູບເງົາ ຫວຽດນາມ ດີເດັ່ນ ໄດ້ແກ່ ຮູບເງົາ Lat Mat 7 ຂອງ ນັກກຳກັບ ຫຼີຫາຍ.

ງານມະຫາກຳຮູບເງົາ ອາຊີ ດ່າໜັງ ໄດ້ດຳເນີນແຕ່ວັນທີ 2 ກໍລະກົດ ຫາວັນທີ 06 ກໍລະກົດ ໂດຍມີການເຂົ້າຮ່ວມຂອງບັນດານັກສະແດງ, ນັກກຳກັບທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ສາກົນ.

ໂດຍ: ກວຽດເຕິມ