leftcenterrightdel
ບັນດາຜົນງານໃນງານວາງສະແດງ. ພາບ: ຄະນະຈັດຕັ້ງ

ໃນລະຫວ່າງວັນທີ 23 – 30 ມິຖຸນາ, ງານວາງສະແດງເພື່ອການກູ້ສົນ “ປູກເຮືອນແຫ່ງຄວາມອົບອຸ່ນ 2024” ໄດ້ດຳເນີນເປັນທາງການທາງອອນໄລ ໃນເວັບໄຊ www.gieonhagatnha.org, ໃນ facebook ຂອງຈິດຕະກອນ ໂງເຈິ່ນຫວູ ແລະ ກຸ່ມ All about Art and Artist, Vietnam Art Space…ງານວາງສະແດງມຸ່ງໄປເຖິງ ເປົ້າໝາຍຫັກເຖິງ 50 – 100% ຈາກການຂາຍພາບແຕ້ມ ເພື່ອສ້າງກອງທຶນກໍ່ສ້າງເຮືອນ 10ຫຼັງ ໃຫ້ແກ່ ຄົນທຸກຍາກຢູ່ແຂວງ ກ໋ວາງນາມ ໃນປີ 2024. ງານວາງສະແດງໄດ້ແນະນຳເຖິງມະຫາຊົນທັງຢູ່ພາຍໃນ ແລະ ຕາງປະເທດພາບແຕ້ມກ່ວາ 150ແຜ່ນຂອງຈິດຕະກອນ 95 ຄົນໃນທົ່ວປະເທດ. ບັນດາຜົນງານໄດ້ສະແດງດ້ວຍຫຼາຍວັດສະດຸ, ມີລັກສະນະທີ່ແຕກຕ່າງກັນ, ດ້ວຍຫົວຂໍ້ກ່ຽວກັບທິວທັດທຳມະຊາດ, ຊີວິດປະຈຳວັນຂອງປະຊາຊົນ… ແລະຄວາມງາມອື່ນໆ. ຄະນະຈັດຕັ້ງໄດ້ເລືອກເອົາພາບແຕ້ມມີ ຂະໜາດນ້ອຍ, ຄຸນນະພາບດີ, ດ້ວຍລາຄາຕ່ຳກ່ວາ 20 ລ້ານດົ່ງ/ຜົນງານ ເພື່ອມີຫຼາຍຄົນສາມາດຊື້ສະໜັບສະໜູນໃຫ້ແກ່ລາຍການ.

ໂດຍ: ກວຽດເຕິມ