ປຶ້ມໄດ້ຄັດເລືອກ 92 ບົດຂຽນ, ບົດກ່າວປາໄສ, ບົດບັນທຶກ, ບົດສຳພາດ, ຈົດໝາຍ... ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບການກໍ່ສ້າງ ແລະພັດທະນາພື້ນຖານວັດທະນະທຳ ຫວຽດນາມ. ເນື້ອໃນຂອງບັນດາບົດກ່າວປາໄສ, ບົດຂຽນສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງທ່ານເລຂາທິການໃຫຍ່ໃນການກໍ່ສ້າງ, ອະນຸລັກຮັກສາ ແລະພັດທະນາພື້ນຖານວັດທະນະທຳຫວຽດນາມ ດ້ວຍບັນດາປັດໄຈມູນເຊື້ອ ແລະທັນສະໄໝ, ສີສັນ ແລະການເຊື່ອມໂຍງ, ສ້າງກຳລັງໜູນພາຍໃນ ແລະລະດົມກຳລັງແຮງຂອງວັດທະນະທຳ, ປະຊາຊົນຫວຽດນາມ ໃນພາລະກິດກໍ່ສ້າງ, ພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີເປີດຕົວປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: ນາມຫງວຽນ

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈ້ອງເຫງ້ຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຮຽກຮ້ອງໃຫ້ບັນດາອົງການສື່ມວນຊົນສຸມໃສ່ໂຄສະນາເຜີຍແຜ່ ແລະແນະນຳບັນດາເນື້ອໃນຂອງປຶ້ມໃຫ້ແກ່ພະນັກງານ, ສະມາຊິກພັກ, ໝູ່ປະຊາຊົນທຸກຊັ້ນວັນນະດ້ວຍຫຼາຍຮູບການ, ແທດຈິງ ແລະເໝາະສົມ. ບັນດາສະມາຄົມວັນນະຄະດີ - ສິລະປະ ຈັດຕັ້ງໃຫ້ຖັນແຖວພະນັກງານ, ສະມາຊິກພັກ, ສະມາຊິກສະມາຄົມຄົ້ນຄວ້າ, ຊາບຊືມເນື້ອໃນຂອງປຶ້ມຢ່າງເລິກເຊິ່ງ. ຄະນະພັກ, ອົງການຈັດຕັ້ງພັກ, ທຸກຂັ້ນ, ທຸກຂະແໜງ, ທ້ອງຖິ່ນຄົ້ນຄວ້າ, ຊາບຊຶມ, ຈັດຕັ້ງການຜັນຂະຫຍາຍບັນດາທັດສະນະຊີ້ນຳຂອງພັກ ແລະທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບການກໍ່ສ້າງ ແລະພັດທະນາພື້ນຖານວັດທະນະທຳຫວຽດນາມ  ກ້າວໜ້າ, ເຕັມໄປດ້ວຍສີສັນຊາດ; ປະກອບສ່ວນປະຕິບັດບັນດາໜ້າທີ່ກໍ່ສ້າງ ແລະພັດທະນາວັດທະນະທຳ, ປະຊາຊົນໃນໄລຍະຈະມາເຖິງຢ່າງຄົບຊຸດ ແລະມີປະສິດທິຜົນ.

ໂດຍ: ຈາງຫງວຽນ