ດ້ວຍການສະແດງທີ່ມີຫົວຂໍ້ "ວາດຟ້ອນຂອງມັງກອນ", ທີມ ArtEventia (ຝຣັ່ງ) ໄດ້ຮັບແຮງບັນດານໃຈຈາກຮູບມັງກອນທີ່ມີຮູບຊົງມະຫັດສະຈັນດ້ວຍແສງສະຫວ່າງທີ່ນໍາເອົາລົມຫາຍໃຈຂອງວັດທະນະທໍາໄຟ, ວັດທະນະທໍາລາຕິນປະສົມປະສານກັບຄວາມປະທັບໃຈຂອງຝຣັ່ງ. ທີມ ດ່າໜັງ (ຫວຽດນາມ) ໄດ້ດຳເນີນລາຍການສະແດງດ້ວຍແສງສະຫວ່າງທີ່ມີຫົວຂໍ້ “ວາດຟ້ອນຂອງທ້ອງຟ້າ”, ດ້ວຍການສະແດງບັ້ງໄຟປະເພດຕ່າງໆກວ່າ 4.000 ດອກທີ່ມີການປະສົມປະສານກັບຫຼາຍຮ້ອຍສີສັນທີ່ແຕກຕ່າງ, ເຮັດໃຫ້ຜູ້ຊົມມີຄວາມປະທັບໃຈຕໍ່ການສະແດງທີ່ສວຍງາມຂອງແສງລະຫວ່າງ ແລະດົນຕີ, ສິລະປະ.

leftcenterrightdel
ການສະແດງບັ້ງໄຟ ໂດຍທີມ ດ່າໜັງ (ຫວຽດນາມ). ພາບ: ເງິນຮ່າ.

ຈຸດພົ້ນເດັ່ນໃນຄືນເປີດ DIFF 2024 ແມ່ນການສະແດງສິລະປະກິລາ Jetski & Flyboards (ມີການປະສົມປະສານກັນຢ່າງຄ່ອງແຄ້ວຂອງການເຕັ້ນຢູ່ເທິງໜ້ານ້ຳ, ໃນອາກາດ, ແລະການສະແດງກິລາດ້ວຍການບັ້ງໄຟ), ສະແດງໂດຍນັກກິລາ Jetski ແລະ Flyboards ແຖວໜ້າໃນໂລກ.

ຫຼັງຈາກພິທີເປີດ, ໃນຄືນຕໍ່ໄປ, ຜູ້ຊົມຈະເປັນສັກຂີພິຍານການແຂ່ງຂັນລະຫວ່າງທີມ, ຄື: ອີຕາລີ - ອາເມລິກາ (ວັນທີ 15 ມິຖຸນາ) ດ້ວຍຫົວຂໍ້ “ບົດປະພັນທຳມະຊາດ”; ເຢຍລະມັນ-ໂປໂລຍ (ວັນທີ 22 ມິຖຸນາ) ດ້ວຍຫົວຂໍ້ “ຄວາມຮັກທີ່ມະຫັດສະຈັນ”; ຈີນ-ຟິນແລນ (ວັນທີ 29 ມິຖຸນາ), ຫົວຂໍ້ "ໂລກແຫ່ງແດນສະຫວັນ" ແລະຄືນສຸດທ້າຍໃນວັນທີ 13 ເດືອນກໍລະກົດ, ຫົວຂໍ້ "ຈັ່ງຫວະການເຕັ້ນໃນອະນາຄົດ".

ໂດຍ: ຈາງຫງວຽນ