130 ຮ້ານວາງສະແດງຂອງບັນດາວິສາຫະກິດ, ອົງການຈັດຕັ້ງມະຫາຊົນ ແລະບຸກຄົນໄດ້ແນະນຳຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ, ປະກອບສ່ວນໂຄສະນາເຜີຍແຜ່ວັດທະນະທຳ, ການທ່ອງທ່ຽວ, ອາຫານຂອງຫວຽດນາມ ເຖິງຊາວຍີ່ປຸ່ນ.

leftcenterrightdel
ໄຂງານບຸນຫວຽດນາມ ຢູ່ ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ

ໃນງານບຸນ, ນອກຈາກບັນດາການເຄື່ອນໄຫວວັດທະນະທຳ ແລະສະແດງດົນຕີດ້ວຍການເຂົ້າຮ່ວມຂອງບັນດານັກຮ້ອງທີ່ມີຊື່ສຽງຂອງຫວຽດນາມ, ການຟ້ອນຕຸກກະຕານ້ຳຂອງຫວຽດນາມ ກໍ່ຈະໄດ້ຮັບການສະແດງອີກຄັ້ງໜຶ່ງ, ຊ່ວຍໃຫ້ຊາວ ຍີ່ປຸ່ນ ແລະປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ເຂົ້າໃຈກ່ຽວກັບສິລະປະທີ່ເປັນເອກະລັກສະເພາະ ແລະຫາຍາກໃນໂລກ.

ນອກຈາກຮ້ານວາງສະແດງແນະນຳອາຫານຂອງຫວຽດນາມ ແລ້ວ, ງານບຸນຍັງມີຮ້ານແນະນໍາວຽກເຮັດງານທຳ, ຈັດຕັ້ງລາຍການທ່ອງທ່ຽວ, ການບໍລິການການບິນ, ເຊື່ອມຕໍ່ການນຳເຂົ້າ ແລະສົ່ງອອກລະຫວ່າງບັນດາບໍລິສັດຂອງສອງປະເທດ... ຕາມຄະນະຈັດຕັ້ງແລ້ວ, ງານບຸນຫວຽດນາມ ປີນີ້ຈະມີຜູ້ເຂົ້າຮ່ວມປະມານ 180.000 ຄົນ. ງານບຸນດຳເນີນໄປຮອດວັນທີ 2 ມິຖຸນາ.

ໂດຍ: ທະນາພອນ